spot_img
Homeຂ່າວຕ່າງປະເທດກອງທັບມຽນມາ ປະກາດຈະຢຸດຍິງເປັນເວລາ 1 ເດືອນ ແຕ່ບໍ່ໄດ້ແຈ້ງໃຫ້ຮູ້ວ່າຈະຢຸດຍິງຝ່າຍໃດ

ກອງທັບມຽນມາ ປະກາດຈະຢຸດຍິງເປັນເວລາ 1 ເດືອນ ແຕ່ບໍ່ໄດ້ແຈ້ງໃຫ້ຮູ້ວ່າຈະຢຸດຍິງຝ່າຍໃດ

Published on

ກອງທັບມຽນມາປະກາດຢຸດຍິງເປັນເວລາ 1 ເດືອນ, ແຕ່ບໍ່ໄດ້ແຈ້ງຊັດເຈນວ່າ ຈະຢຸດຍິງຝ່າຍໃດ. ສຳນັກງານຂ່າວຕ່າງປະເທດ ຄາດວ່າ ເປັນການຢຸດຍິງ ແລະ ໂຈມຕີກອງກຳລັງປະກອບອາວຸດຕ່າງໆ ໃນປະເທດ ໂດຍສະເພາະການໂຈມຕີເຂດໝູ່ບ້ານຊາວກະຫຼ່ຽງ ຈົນເຮັດໃຫ້ມີການອົບພະຍົບຫຼາຍພັນຄົນ.

ໃນວັນທີ 1 ເມສາ 2021 ທີ່ຜ່ານມາ, ສຳນັກຂ່າວ CNN ໄດ້ລາຍງານວ່າ: ລັດຖະບານທະຫານມຽນມາ ປະກາດຢຸດຍິງ ເປັນເວລາ 1 ເດືອນ, ແຕ່ໃນເບື້ອງຕົ້ນ ຄາດວ່າຈະເປັນການຢຸດຍິງຕໍ່ກອງກຳລັງສະຫະພາບ ກະຫຼ່ຽງ (KNU) ໃນລັດຄະຊິ່ນ (Kachin) ທີ່ໄດ້ມີການປະຕິບັດມາກ່ອນຕັ້ງແຕ່ທ້າຍເດືອນມີນາ 2021,ຈົນເຮັດໃຫ້ຊາວກະຫຼ່ຽງຫຼາຍພັນຄົນຕ້ອງຫຼົບໜີຈາກການຖືກໂຈມຕີທາງອາກາດ ມາອາໄສຢູ່ເຂດບໍລິເວນຊາຍແດນເບື້ອງຕິດກັບປະເທດໄທ ເພາະເນື້ອຫາໃນຖະແຫຼງການຂອງລັດຖະບານມຽນມາແຈ້ງວ່າ: ລັດຖະບານຈະດຳເນີນການຕອບໂຕ້ການກະທຳຕ່າງໆ ທີ່ບໍ່ທຳລາຍຄວາມໝັ່ນຄົງຂອງລັດຖະບານ ແລະ ການບໍລິຫານປະເທດຕໍ່ໄປ.

ສະຖານີໂທລະພາບ MRTV ທາງການຂອງມຽນມາ ໄດ້ເປີດເຜີຍວ່າ:  ລັດຖະບານມຽນມາຂໍຮຽກຮ້ອງໃຫ້ກຸ່ມປະກອບອາວຸດຕ່າງໆໃນປະທດ “ຮັກສາຄວາມສະຫງົບ” ໂດຍກອງທັບຈະຢຸດຍິງຕັ້ງແຕ່ວັນທີ 1 ເມສາ 2021 ຫາ ວັນທີ 30 ເມສາ 2021 ເປັນຕົ້ນໄປ.

CNN ລາຍງານວ່າ: ປະຊາຊົນມຽນມາທົ່ວປະເທດຍັງຄົງພາກັນແຫ່ຂະບວນປະທ້ວງ ເພື່ອຮຽກຮ້ອງປະຊາທິປະໄຕໃນເມືອງຕ່າງໆຂອງປະເທດ ຫຼັງຈາກກອງທັບນຳໂດຍ ນາຍພົນ ມິນ ອ່ອງ ລາຍ ກໍ່ລັດຖະປະຫານຂື້ນ ທີ່ມາຈາກການເລືອກຕັ້ງ ໃນ 2 ເດືອນກ່ອນ ຫຼື ນັບແຕ່ວັນທີ 1 ກຸມພາ 2021 ແລະ ເຮັດໃຫ້ມີຜູ້ເສຍຊີວິດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...