spot_img
Homeຂ່າວທ້ອງຖິ່ນກອງກວດກາປ່າໄມ້ໄຊຍະບູລີ ຢຶດໄມ້ເຖື່ອນ 1,24 ພັນເເມັດກ້ອນ

ກອງກວດກາປ່າໄມ້ໄຊຍະບູລີ ຢຶດໄມ້ເຖື່ອນ 1,24 ພັນເເມັດກ້ອນ

Published on

ໜັງສືພິມເສດຖະກິດ-ສັງຄົມ ລາຍງານ ເມື່ອວັນທີ 29 ມິຖຸນາ 2020 ວ່າ ສະຫາຍ ແສງເພັດ ສີລິສົມບັດ ເລຂາໜ່ວຍພັກ ຫົວໜ້າກອງກວດກາປ່າໄມ້ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ໄຊຍະບູລີ ໄດ້ກ່າວໃນກອງປະຊຸມໃຫຍ່ໜ່ວຍພັກຄັ້ງທີ II ທີ່ຈັດຂຶ້ນໃນວັນທີ 24 ມິຖຸນາ ນີ້ວ່າ: ກອງກວດກາປ່າໄມ້ມີພາລະບົດບາດໜ້າທີ່ໃນການກວດກາ, ຕິດຕາມ, ການປົກປັກຮັກສາຊັບພະຍາກອນປ່າໄມ້ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສັດນໍ້າສັດປ່າ, ຄໍາສັ່ງເລກທີ 15/ນຍ ຢູ່ແຂວງ ໄຊຍະບູລີ ໃຫ້ມີຜົນສັກສິດມີຄວາມເປັນເອກະພາບ ແລະ ມີຄວາມຍຸຕິທໍາ ໂດຍແນໃສ່ ເຮັດໃຫ້ການບຸກລຸກທໍາລາຍຊັບພະຍາກອນປ່າໄມ້ຫຼຸດລົງຢ່າງຕໍ່ເນື່ອງ ແລະ ກ້າວໄປເຖິງບ່ອນຢຸດຕິຢ່າງສິ້ນເຊີງ. ພ້ອມນີ້ຍັງໄດ້ໂຄສະນາບັນດານິຕິກໍາກ່ຽວກັບວຽກງານຄຸ້ມຄອງປົກປັກຮັກສາປ່າໄມ້ໂດຍສະເພາະປະຕິບັດຄໍາສັ່ງເລກທີ 15/ນຍ ຢູ່ບັນດາຈຸດຫຼໍ່ແຫຼມທີ່ມີຄວາມສ່ຽງໃນການທໍາລາຍປ່າໄມ້, ເຜີຍແຜ່ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍສັດນໍ້າ, ສັດປ່າໃຫ້ປະຊາຊົນບັນດາເຜົ່າຈຸດທີ່ຫຼໍ່ແຫຼມໄດ້ 10 ເມືອງ 287 ບ້ານ, ມີຜູ້ເຂົ້າຮ່ວມ 31.995 ຄົນ.

ນອກນັ້ນ, ຍັງເອົາໃຈໃສ່ກວດກາການບຸກລຸກຫັນປ່ຽນເນື້ອທີ່ດິນປ່າໄມ້ ເປັນຕົ້ນ ການຖາງປ່າໄມ້ທີ່ບໍ່ໄດ້ຮັບອະນຸຍາດ ເພື່ອເປັນບ່ອນທໍາການຜະລິດມີ 397 ຕອນ, ມີເນື້ອທີ່ 303,04 ເຮັກຕາ, ມີ 360 ຄອບຄົວ, ພ້ອມທັງໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງລົງກວດກາການເກັບກູ້ໄມ້ບໍ່ຖືກຕ້ອງຕາມລະບຽບກົດໝາຍພົບເຫັນໄດ້ຄຸ້ມຄອງຈໍານວນ 1.032 ທ່ອນ ບໍລິມາດ 1.249 ແມັດກ້ອນ, ໄມ້ຫວງຫ້າມ 89 ປູດ ນໍ້າໜັກ 3.440 ກິໂລກຣາມ, ໄມ້ຕັບ 7ຕັບ ບໍລິມາດ 0,673 ແມັດກ້ອນ. ໄມ້ດັ່ງກ່າວໄດ້ຢຶດມາເປັນຂອງລັດ ແລະ ສົ່ງບັນຊີໄມ້ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງເພື່ອປະມູນຂາຍຕາມລະບຽບກົດໝາຍ.

ຄ່ຽງຄູ່ກັນນີ້, ໄດ້ລົງກວດກາ ແລະ ດັດສົມໂຮງງານໃນເມື່ອກ່ອນມີໂຮງງານປຸງແຕ່ງໄມ້ທັງໝົດ 111 ແຫ່ງ, ຜ່ານການດັດສົມປະຈຸບັນເຫຼືອພຽງ 26 ແຫ່ງ ໄດ້ຕິດ ຕາມກວດກາການຊື້-ຂາຍ ເຄື່ອນຍ້າຍສັດນໍ້າ-ສັດປ່າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍໄດ້ 26 ຄັ້ງ, ມີ 105 ຄົນ, ຍຶດສັດນໍ້າ-ສັດປ່າໄດ້ທັງໝົດ 601,5 ກິໂລ, ເປັນຊິ້ນສ່ວນ 577 ກິໂລ; ຍັງມີຊີວິດ 23 ກິໂລ, ມີ 39 ໂຕ ຊິ້ນສ່ວນດັ່ງກ່າວແມ່ນໄດ້ທໍາລາຍຖິ້ມ ແລະຈໍານວນສັດມີຊີວິດໄດ້ປ່ອຍຄືນສູ່ທໍາມະຊາດ, ໄດ້ລົງເກັບພາຫະນະຍຶດຈັກສະຕີນໄດ້ທັງໝົດ 1.326 ເຄື່ອງ, ໝໍ້ໄຟຊອດປາ 14 ເຄື່ອງ, ໜໍ້ດູດປາ 4 ເຄື່ອງປືນລ່າສັດ 117 ກະບອກ ແລະ ດິນລະເບີດ 5 ກິໂລ ສ່ວນການນໍາໃຊ້ມາດຕະການຕໍ່ຜູ້ລະເມີດແມ່ນໄດ້ເຮັດບົດບັນທຶກສຶກສາອົບຮົມມີ 324 ຄົນ, ສຶກສາອົບຮົມດັດສ້າງດ້ານ ບໍລິຫານ 40 ຄົນ ດໍາເນີນຄະດີລາຍງານໃຫ້ໄອຍະການມີ 7 ເລື່ອງມີ 21 ຄົນ, ສານຕັດສິນຄະດີ 9 ຄົນ, ປັບໃໝ ແລະ ລົງວິໄນ 1 ເລື່ອງຊຶ່ງມາຮອດປະຈຸບັນທົ່ວແຂວງໄຊຍະບູລີການບຸກລຸກທໍາລາຍປ່າໄມ້ແມ່ນຖືກຫຼຸດລົງໂດຍສະເພາະການດໍາເນີນທຸລະກິດໄມ້, ການຂຸດຄົ້ນໄມ້, ໂຮງງານປຸງແຕ່ງໄມ້ ແລະ ການເຄື່ອນຍ້າຍໄມ້.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...