spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ກວດພົບໄມ້ຜິດກົດໝາຍໃນລົດບັນທຸກຊີມັງ

ກວດພົບໄມ້ຜິດກົດໝາຍໃນລົດບັນທຸກຊີມັງ

Published on

ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ຕຳຫຼວດ ປະຈຳດ່ານສາກົນນໍ້າພາວ-ເກົາແຈວ ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງໄດ້ກວດລົດເຂົ້າ-ອອກເມືອງ ໄດ້ພົບເຫັນລົດບັນທຸກຊີມັງ( ປູນ ) ໝາຍເລກທະບຽນ 37c-117-10 ຂັບຂີ່ໂດຍທ້າວ ດິງວັນທຽນ ອາຍຸ 30 ປີ ອາຊີບຂັບລົດ ຄົນສັນຊາດຫວຽດນາມກຳລັງຂັບລົດແລ່ນເຂົ້າດ່ານກວດ ເພື່ອຈະອອກໄປປະເທດຫວຽດນາມ ເຈົ້າໜ້າທີ່ໄດ້ເຂົ້າກວດກາຈຶ່ງຮູ້ວ່າລົດຄັນດັ່ງກ່າວ ບັນທຸກໄມ້ໄວ້ພາຍໃນລົດ. ເຈົ້າໜ້າທີ່ໄດ້ນຳເອົາລົດຄັນດັ່ງກ່າວກັບຄືນໄປກວດກາຢູ່ດ່ານພາສີ 505 ປະຈຳຢູ່ບ້ານໂພນແພງ ເມືອງຄຳເກີດ ແຂວງບໍລິຄຳໄຊ ຜ່ານການກວດກາຕົວຈິງ ລົດຄັນດັ່ງກ່າວແມ່ນມີໄມ້ ເປັນປະເພດໄມ້ດູ່ຈຳນວນ 598 ທ່ອນ, ນໍ້າຫນັກ 7,270 kg, ທາງເຈົ້າຫນ້າທີ່ຈິງໄດ້ກັກຕົວຜູ້ຂັບຂີ່ໄວ້ເພື່ອດຳເນີນການ ສືບສວນ-ສອບສວນ.

ຂ່າວຈາກ: ຂ່າວເສດຖະກິດ-ການຄ້າ

ຕິດຕາມເຮົາ ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...