spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາການຄຽດກໍ່ໃຫ້ເກີດພະຍາດຫຼາຍຊະນິດ

ອາການຄຽດກໍ່ໃຫ້ເກີດພະຍາດຫຼາຍຊະນິດ

Published on

  1. ພະຍາດຫົວໃຈຂາດເລືອດ: ອາການຄຽດມີຜົນກະທົບຕໍ່ຫົວໃຈ ແລະຫຼອດເລືອດຫົວໃຈ ເຮັດໃຫ້ເກີດຄວາມຜິດປົກກະຕິຂອງລະບົບປະສາດ, ຖ້າຜູ້ທີ່ເປັນພະຍາດຫົວໃຈຢູ່ແລ້ວ ຍິ່ງເຮັດໃຫ້ພະຍາດນີ້ເພີ່ມຂຶ້ນຢ່າງຮຸນແຮງ
  2. ຄວາມດັນເລືອດ: ຜູ້ທີ່ມີອາການຄຽດມີໂອກາດທີ່ຈະເກີດຄວາມດັນເລືອດໄດ້ສູງ ຫຼາຍກວ່າຄົນປົກກະຕິ 2 ເທົ່າ
  3. ພະຍາດເບົາຫວານ: ສຳລັບຜູ້ທີ່ເປັນພະຍາດເບົາຫວານ ເຫັນວ່າ ພາວະທາງດ້ານຈິດໃຈສຳຄັນຕໍ່ການຄວບຄຸມນໍ້າຕານ ເພາະໂຮໂມນທີ່ເກີດຈາກຄວາມຄຽດ ຈະເຮັດໃຫ້ບໍ່ສາມາດຄວບຄຸມນໍ້າຕານໄດ້
  4. ພະຍາດຫອບຫືດ: ຄວາມກັງວົນໃຈ ເປັນໂຕກະຕຸ້ນໃຫ້ອາການຫອບຫືດເປັນແຮງກວ່າເດີມ, ຜູ້ທີ່ເປັນພະຍາດນີ້ ເມື່ອມີອາການຄຽດ ຈະເຮັດໃຫ້ຫາຍໃຈບໍ່ອອກ
  5. ຫົວໃຈເຕັ້ນແຮງບໍ່ເປັນຈັງຫວະ: ອາການຄຽດມີຜົນເຮັດໃຫ້ເກີດຫົວໃຈເຕັ້ນບໍ່ເປັນຈັງຫວະ ໂດຍສະເພາະຜູ້ທີ່ເປັນພະຍາດນີ້ແລ້ວ ມາບວກກັບຄວາມຄຽດ ອາດເຮັດໃຫ້ຫົວໃຈຢຸດເຕັ້ນໄດ້
  6. ພະຍາດຜິວໜັງ: ບາງຊະນິດເກີດຈາກຄວາມຜິດປົກກະຕິຈາກລະບົບປະສາດ, ດັ່ງນັ້ນຫາກເກີດການຄຽດຈະເຮັດໃຫ້ເກີດພະຍາດທາງຜິວໜັງໄດ້
  7. ພູມແພ້: ອາການຄຽດຈະກະທົບຕໍ່ພູມຄຸ້ມກັນ ແລະຍັງກະຕຸ້ນການເຮັດວຽກຂອງລະບົບພູມຄຸ້ມກັນອື່ນໆ ເຮັດໃຫ້ມີລະບົບພູມຄຸ້ມກັນບົກພ່ອງ ແລະອາດເຮັດໃຫ້ຕິດເຊື້ອ
  8. ມະເຮັງ: ມີການວິໄຈບອກວ່າ ອາການຄຽດເປັນປັດໄຈສຳຄັນເຮັດໃຫ້ມະເຮັງລຸກລາມຂຶ້ນ
  9. ໄມເກຣນ: ການຄຽດເຮັດໃຫ້ສານຊີໂຣໂທນິນໃນສະໝອງເກີດການບົກພ່ອງ ເຮັດໃຫ້ຫຼອດເລືອດຂະຫຍາຍ ແລະອາດຫົດຕົວໄດ້ຫຼາຍກວ່າ ຈຶ່ງເຮັດໃຫ້ເກີດການເຈັບຫົວ
  10. ນອນບໍ່ຫຼັບ: ການຄຽດເຮັດໃຫ້ຮ່າງກາຍເກີດການຕຶງໂຕ ແລະເຮັດໃຫ້ເກີດອາການເມື່ອຍຕາມຕົນໂຕ ແລະກະຕຸ້ນເຮັດໃຫ້ນອນບໍ່ຫຼັບ
  11. ອາການຜິດປົກກະຕິຂອງລະບົບສືບພັນ: ຄວາມຄຽດເຮັດໃຫ້ຄວາມຕ້ອງການທາງເພດຫຼຸດລົງ, ມີການເຈັບທ້ອງເວລາເປັນປະຈຳເດືອນ ແລະບາງຄັ້ງມີໂອກາດເປັນໝັນໄດ້

 

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...