spot_img
Homeຂ່າວພາຍ​ໃນຍ້ອງຍໍຜູ້ປະຕິບັດໂຄງການດີເດັ່ນ

ຍ້ອງຍໍຜູ້ປະຕິບັດໂຄງການດີເດັ່ນ

Published on

ກະຊວງແຜນການ ແລະ ການລົງທຶນຮ່ວມກັບທະນາຄານພັດທະນາອາຊີ ຈັດພິ ທີມອບໃບຍ້ອງຍໍໃຫ້ຜູ້ປະຕິບັດໂຄງການ ດີເດັ່ນທີ່ໄດ້ທຸ້ມເທ, ສຸມທຸກຄວາມພະຍາ ຍາມ ແລະ ຄວາມອາດສາມາດໃນການບໍລິຫານ ແລະ ຄຸ້ມຄອງໂຄງການເຊິ່ງເຮັດ ໃຫ້ໂຄງການມີຜົນສຳເລັດອັນໃຫຍ່ຫລວງໂດຍສະເພາະໂຄງການທີ່ໄດ້ຮັບສະ ໜັບ ສະໜູນຈາກທະນາຄານພັດທະນາອາຊີໂດຍ ການເຂົ້າຮ່ວມ ແລະ ມອບໃບຍ້ອງຍໍ ໂດຍທ່ານ ສົມດີ ດວງ ດີລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ.

ໂຄງການທີ່ໄດ້ຮັບການຍ້ອງຍໍໃນຄັ້ງນີ້ ປະກອບມີ 12 ໂຄງການ, ໃນນັ້ນຍ້ອງຍໍປະເພດ I ມີ 3 ໂຄງການຄື: ໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກ ງານສຶກສາຂັ້ນສູງ, ໂຄງການ ພັດທະນາຂະແໜງການຍ່ອຍຊັ້ນມັດທະຍົມສາ ແລະ ໂຄງ ການພັດທະນາອ່າງຮັບນ້ຳ-ນ້ຳງື່ມໄລຍະສືບຕໍ່, ປະເພດທີ II ມີ 1 ໂຄງ ການຄື: ໂຄງການປັບປຸງຕາ ໜ່າງການຂົນສົ່ງເຂດພາກ

ເໜືອທາງ R4 (ADB 11), ປະເພດທີ III ມີ 1 ໂຄງການຄື: ໂຄງການສົ່ງເສີມການຜະລິດສິນຄ້າກະສິກຳ ແລະ ປ່າໄມ້ແບບ ຍືນຍົງ, ສໍາ ລັບປະເພດທີ IV ມີ 7 ໂຄງການ ຄື: ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານອາຊີວະສຶກສາ ແລະ ອົບ ຮົມວິຊາ ຊີບ, ໂຄງການຄວບຄຸມພະຍາດຕິດຕໍ່ໄລຍະ 2, ໂຄງການສົ່ງເສີມຜະລິດກະສິກຳເປັນສິນຄ້າໄລຍະສືບຕໍ່, ໂຄງການ ນ້ຳປະປາ ແລະ ສຸຂະພິບານຕົວເມືອງນ້ອຍ, ໂຄງການປັບປຸງຄວາມອາດສາມາດດ້ານສຸຂະອະນາໄມ ເພື່ອອຳ ນວຍຄວາມສະ ດວກດ້ານການຄ້າໃນເຂດອະນາພາກພື້ນລຸ່ມແມ່ນ້ຳຂອງ, ແຜນງານພັດທະນາລະບົບສາທາລະນະສຸກ ແລະ ໂຄງການປັບປຸງ ຊີວິດການ ເປັນຢູ່ຂອງຊາວກະສິກອນຜູ້ລ້ຽງສັດໃນພາກເໜືອຂອງລາວ ຊຶ່ງບັນດາໂຄງການດັ່ງກ່າວນັ້ນລ້ວນແຕ່ໄດ້ຜ່ານການ ຄົ້ນຄວ້າ ແລະ ປຶກສາຫາລືທາງດ້ານວິຊາການລະຫວ່າງກະຊວງແຜນການ ແລະ ການລົງທຶນຮ່ວມກັບກະຊວງການເງິນໂດຍ ປະສານສົມທົບ ກັບກະຊວງກໍຄືຂະແໜງການຕ່າງໆທີ່ກ່ຽວຂ້ອງ ແລະ ທະນາຄານພັດທະນາອາຊີໂດຍ ອີງໃສ່ 5 ມາດຖານທີ່ ພົວພັນກັບຄຸນ ນະພາບຂອງການບໍລິຫານຄຸ້ມຄອງໂຄງການ ເຊັ່ນ: ຜົນສຳເລັດດ້ານເຕັກນິກວິຊາການ, ການປະຕິບັດສັນຍາ, ການເບີກຈ່າຍ ງົບປະມານ, ການຄຸ້ມຄອງດ້ານການເງິນ, ການປະຕິບັດເງື່ອນໄຂຕ່າງໆທີ່ພົວພັນກັບສິ່ງແວດລ້ອມ, ການຍົກ ຍ້າຍຈັດສັນ ແລະ ການແກ້ໄຂຜົນກະທົບຕໍ່ຊົນເຜົ່າ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນ ວັນທີ 22 ພຶດສະພາ 2014 ນີ້ ທີ່ກະຊວງແຜນການ ແລະ ການລົງທຶນ, ມີບັນດາລັດຖະມົນຕີ ຊ່ວຍວ່າການ, ຜູ້ຕາງໜ້າທະນາຄານເອດີບີປະຈຳລາວ, ຫົວໜ້າກົມ, ຮອງກົມພ້ອມດ້ວຍພະນັກງານວິຊາການ ແລະ ບັນດາ ຜູ້ປະຕິບັດໂຄງການຈາກກະຊວງ ແລະ ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທີ່ມາ http://laophatthananews.blogspot.com/2014/05/blog-post_1507.html

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...