spot_img
Homeຂ່າວພາຍ​ໃນເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈິສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ

ເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈິສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ

Published on

ເພື່ອຍົກລະດັບການຂົນສົ່ງ ຂອງ ສປປ ລາວ ເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈິສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ.

ເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈິສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ
ເພື່ອຍົກລະດັບການຂົນສົ່ງ ຂອງ ສປປ ລາວ ຮອງຮັບການນໍາເຂົ້າ – ສົ່ງອອກ, ສົ່ງອອກຕໍ່ ແລະ ຜ່ານແດນ ສິນຄ້າໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ຊັດເຈນ ສົ່ງເສີມການພັດທະນາ ພື້ນຖານໂຄງລ່າງ, ເພີ່ມປະສິດທິພາບໃນການເຊື່ອມໂຍງໂຄງຂ່າຍການຂົນສົ່ງ; ຫຼ້າສຸດ ບໍລິສັດ ພີທີແອວໂຮນດິ້ງ ຈຳກັດ (PTLH) ໄດ້ມີການເຊັນສັນ ຍາຮ່ວມມື ກັບບໍລິສັດ PSA International Pte Ltd (PSA ສາກົນ) ຈຳກັດ.

ໃນວັນທີ 25 ມີນາ 2025 ທີ່ໂຮງແຮມ ໂຮລີເດ ອິນ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາການຮ່ວມມືຍຸດທະສາດ ດ້ານການຂົນສົ່ງດີຈີຕອນ-ໂລຈິສຕິກ ພາຍໃນປະເທດຂອງດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ລະຫວ່າງ ບໍລິສັດ ພີທີແອວ ໂຮນດິ້ງ ຈໍາກັດ ແລະ ບໍລິສັດ PSA ສາກົນ ຈໍາກັດ ຮ່ວມລົງນາມໂດຍ ທ່ານ ປອ ຈັນທອນ ສິດທິໄຊ ປະທານກຸ່ມບໍລິສັດ ພີທີແອວໂຮນດິ້ງ ຈຳກັດ ແລະ ທ່ານ Nelson Quek (ເນວເຊິນ ແຄວັກ) ປະທານປະຈຳອາຊີຕາເວັນອອກສຽງໃຕ້ບໍລິສັດ PSA International Pte Ltd ພາຍໃຕ້ການເຂົ້າຮ່ວມເປັນສັກຂີພິຍານ ຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ; ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ຊຸເດັດ ມາເນຍ ເອກອັກຄະລັດຖະທູດສິງກະໂປປະຈໍາລາວ; ທ່ານ ນາງ ວິໄລວອນ ຈັນທະລາຕີ ເຈົ້າເມືອງໄຊເສດຖາ; ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ; ບັນດາຜູ້ບໍລິຫານບໍລິສັດ ພີທີແອວໂຮນດິ້ງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ທ່ານ ປອ. ຈັນທອນ ສິດທິໄຊ ໄດ້ກ່າວວ່າ: ການເຊັນສັນຍາຮ່ວມມືຍຸດທະສາດຄັ້ງນີ້ເປັນນິມິດໝາຍອັນສໍາຄັນທີ່ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຕັ້ງໃຈໃນການປະຕິບັດຕາມຍຸດທະສາດການພັດທະນາໂລຊິດສະຕິກແຫ່ງຊາດຂອງລັດຖະບານລາວກໍຄືການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດທາງການຂົນສົ່ງ ແລະ ການຄ້າ ໂດຍເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານການພັດທະນາເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ເຂົ້າໃນການເພີ່ມທ່າແຮງຂອງການບໍລິການໃຫ້ມີຄວາມທັນສະໄໝ ສະດວກ ປອດໄພ ແລະ ວ່ອງໄວ ຕອບສະໜອງໄດ້ຕາມມາດຕະຖານສາກົນ.
ຈຸດປະສົງຫຼັກເພື່ອຮ່ວມກັນພັດທະນາ ແລະ ຍົກລະດັບລະບົບການຂົນສົ່ງຂອງລາວດ້ວຍລະບົບດິຈິຕອນໃຫ້ທັນສະໄໝຍິ່ງຂຶ້ນ; ຮອງຮັບການນໍາເຂົ້າ-ສົ່ງອອກ ສົ່ງອອກຕໍ່ ແລະ ຜ່ານແດນສິນຄ້າໃຫ້ມີຄວາມສະດວກ ວ່ອງໄວ ໂປ່ງໃສ ແລະ ຊັດເຈນ ສົ່ງເສີມການພັດທະນາພື້ນຖານໂຄງລ່າງ; ຫຼຸດຜ່ອນຕົ້ນທຶນໃນການໃຫ້ບໍລິການເພີ່ມປະສິດທິພາບໃນການເຊື່ອມໂຍງຂໍ້ມູນກັບໂຄງຂ່າຍການຂົນສົ່ງ ແລະ ທ່າເຮືອໃນທົ່ວໂລກສ້າງໃຫ້ທຸລະກິດຂອງສອງບໍລິສັດເຕີບໃຫຍ່ຂະຫຍາຍຕົວບົນພື້ນຖານທັງສອງຝ່າຍໄດ້ຮັບຜົນປະໂຫຍດ.

ກ່ຽວກັບ ບໍລິສັດ International Pte Ltd ເປັນບໍລິສັດຊັ້ນນໍາຂອງໂລກໃນການບໍລິຫານຈັດການທ່າເຮືອ ແລະ ຕ່ອງໂສ້ການສະໜອງລະດັບໂລກທີ່ມີປະສົບການອັນຍາວນານ ແລະ ຄວາມສໍາເລັດໃນການດໍາເນີນທຸລະກິດໃນທະວີບອາຊີ ເອີຣົບ ເຊິ່ງບໍລິສັດ International Pte Ltd ມີການບໍລິຫານຈັດ ການທັງທ່າເຮືອ ແລະ ທ່າບົກຫຼາຍກວ່າ 70 ແຫ່ງ ໃນ 45 ປະເທດທົ່ວໂລກ ເຊິ່ງຈະນໍາເອົາຄວາມຮູ້ ແລະ ຄວາມຊໍານິຊໍານານດ້ານການບໍລິຫານຈັດການທ່າເຮືອ ນະວັດຕະກໍາດິຈິຕອນ ແລະ ສິ່ງອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງມາຮ່ວມມືຄັ້ງນີ້.

ນອກຈາກເຊັນສັນຍາດັ່ງກ່າວແລ້ວ ຍັງມີເຊັນສັນຍາຮ່ວມມືຍຸດທະສາດຕິດຕັ້ງລະບົບ Single Windows ແຫ່ງຊາດ ແລະ ລະບົບອໍານວຍຄວາມສະດວກດ້ານການຄ້າ ເພື່ອປັບປຸງການໄຫຼວຽນຂອງການຄ້າດິຈິຕອນໃນ ສປປ ລາວ ລະຫວ່າງບໍລິສັດ ສິດທິໂລຈິສຕິກລາວ ແລະ ບໍລິສັດ ຄຣິມຊັ່ນໂລຈິກ ເຊິ່ງລົງນາມໂດຍ ທ່ານ ວຽງຄອນ ສິດທິໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ໂລຈິສຕິກ ລາວ ຈໍາກັດ ແລະ ທ່ານ Lawrence Ng (ລໍເຣັນສ໌ ເອິງ) ປະທານ ບໍລິສັດ ຄຣິມຊັ່ນ ໂລຈິກ ຈໍາກັດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...