Homeຂ່າວພາຍ​ໃນຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

Published on

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ, ທາງພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໄດ້ມ້າງລາຍຄະດີຢາເສບຕິດ ຢູ່ບ້ານຂອນແກ້ວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ສາມາດກັກຕົວຜູ້ຖືກຫາໄດ້ຈໍານວນ 01 ຄົນຊື່ນາງ ສີວິໄລ ບຸນສະຫວັດ ພ້ອມຂອງກາງຢາເສບຕິດ ປະເພດ ຄໍລະເຈນຈຳນວນ 02 ຊອງ.

ຜ່ານການຕິດຕາມ-ກວດກາ ຂະຫຍາຍຜົນຈຶ່ງສາມາດກັກຕົວ ທ້າວ ປະວິດ ພົມມະຈັກ ພ້ອມຂອງກາງຢາບ້າ ຈຳນວນ 51 ເມັດ, ເຄຕາມິນ ຈໍານວນ 03 ຖົງນ້ອຍ ແລະ ຄໍລະເຈນ ຈຳນວນ 6 ຊອງ. ຈາກນັ້ນຈຶ່ງໄດ້ນຳຕົວຜູ້ກ່ຽວ ໄປກວດຄົ້ນຫ້ອງແຖວທີ່ ຜູ້ກ່ຽວເຊົ່າຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ສາມາດກັກຕົວພາກສ່ວນມົ້ວ ສຸມປາຕີ້ຄື: ນາງ ຈີນນີ, ທ້າວ ຄຳຊາຍ, ທ້າວ ໃຈ (ບອຍ) ນາງ ນາ, ນາງ ດາວຈັນ ຄໍາມະນີ, ທ້າວ ທະນຸທອງ, ທ້າວ ຕົ້ນກ້າ ແລະ ນາງ ບົວເກນ ເທບສະພອນ.

ຜ່ານການສືບສວນ-ສອບສວນ ນາງ ສີວິໄລ ບຸນສະຫວັດ ໄດ້ໃຫ້ການຮັບສາລະພາບວ່າ: ຢາຄໍລະເຈນ ຈຳນວນ 02 ຊອງ ແມ່ນຢູ່ໃນການຄອບຄອງຂອງຜູ້ກ່ຽວແທ້ ໃນຄັ້ງວັນທີ 25.03.202 ເວລາປະມານ 23 ໂມງ ຜູ້ກ່ຽວໄດ້ໄປຫຼິ້ນຢູ່ພັບແຫ່ງໜຶ່ງໃນຂອບເຂດເມືອງຫ້ວຍຊາຍ ຈົນຮອດເວລາປະມານ 01 ໂມງ ຂອງ ວັນທີ 26.03.2025 ຜູ້ກ່ຽວໄດ້ຂໍ ຄໍລະເຈນ ນໍາອ້າຍຮັກຂອງໝູ່ ຈໍານວນ 02 ຊອງ, ອ້າຍຮັກກໍ່ໄດ້ເອົາໃຫ້ ໂດຍບໍ່ໄດ້ມີການຊື້ຂາຍ ເມື່ອຜູ້ກ່ຽວຂໍໄດ້ແລ້ວ ຜູ້ກ່ຽວກໍ່ໄດ້ເອົາເກັບໄວ້ ຄໍລະເຈນທີ່ຂໍມານັ້ນຜູ້ກ່ຽວແມ່ນ ເອົາໄວ້ກິນຖ້າມີຄົນຖາມຊື້ກໍ່ຈະຂາຍ ໃນລາຄາຊອງລະ 1.000.000 ກີບ.

ຜ່ານການສືບສວນ-ສອບສວນ ທ້າວ ປະວິດ ພົມມະຈັກ ໄດ້ໃຫ້ການຮັບສາລະພາບວ່າ: ຢາບ້າ ຈຳນວນ 51 ເມັດ, ເຄຕາມິນ ຈຳນວນ 03 ຖົງ ນ້ອຍແລະ ຄໍລະເຈນ ຈຳນວນ 06 ຊອງ ແມ່ນຢູ່ໃນການຄອບຄອງຂອງຜູ້ກ່ຽວແທ້. ມາຮອດ ເວລາປະມານ 08 ໂມງ ກໍໄດ້ມີເຈົ້າໜ້າທີ່ຕໍາຫຼວດເຂົ້າມາກັກຕົວຜູ້ກ່ຽວພ້ອມດ້ວຍໝູ່ທີ່ປາຕີຢູ່ຫ້ອງນຳກັນ ແລະ ໄດ້ກວດຄົ້ນຕົວຂອງຜູ້ກ່ຽວພົບເຫັນຢາບ້າ ຈຳນວນ 51 ເມັດ, ຢາເຄຕາມິນ ຈານວນ 03 ຖົງນ້ອຍ ທີ່ຜູ້ກ່ຽວໄດ້ ຊຸກເຊື່ອງໄວ້ໃນຖົງໂສ້ງ ແລະ ກວດພົບເຫັນ ຄໍລະເຈນ ຈໍານວນ 06 ຊອງ ຢູ່ໃນເບາະລົດຈັກຂອງຜູ້ກ່ຽວ.

ຜ່ານການສືບສວນ-ສອບສວນ ນາງ ຈິນນີ (ນຸດ) ໄດ້ໃຫ້ການຮັບສາລະພາບວ່າ: ຢາເຄຕາມິນ ຈຳນວນ 01 ຖົງນ້ອຍ ແລະ ຢາສູບໄຟຟ້າ ຈຳນວນ 01 ຫຼອດ ແມ່ນຢູ່ໃນການຄອບຄອງຂອງຜູ້ກ່ຽວແທ້, ຜ່ານຄໍາໃຫ້ການຂອງພວກກ່ຽວ ເຫັນວ່າ: ນາງ ສີວິໄລ ບຸນສະຫວັດ ແມ່ນເຈດຕະນາມີຢາເສບຕິດໄວ້ໃນຄອບຄອງ ປະເພດ (ຄໍລະເຈນ)ເຊິ່ງ ການກະທໍາດັ່ງກ່າວ ແມ່ນໄດ້ແຕະຕ້ອງເຖິງເສດຖະກິດ ແລະ ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍຕໍ່ສັງຄົມ, ຜິດຕໍ່ ມາດຕາ 315 ຂອງປະມວນກົດໝາຍອາຍາປີ 2017.
ທ້າວ ປະວິດ ພົມມະຈັກ ແມ່ນເຈດຕະນາຄ້າຂາຍຢາເສບຕິດ ປະເພດ ຢາບ້າ, ຢາເຄຕາມິນ ແລະ ຄໍລະເຈນເຊິ່ງການກະທຳດັ່ງກ່າວ ແມ່ນໄດ້ແຕະຕ້ອງເຖິງເສດຖະກິດ ແລະ ສ້າງຄວາມບໍ່ເປັນລະບຽບຮຽບ ຮ້ອຍຕໍ່ສັງຄົມ, ຜິດຕໍ່ມາດຕາ 315 ຂອງປະມວນກົດໝາຍອາຍາປີ 2017.

ນາງ ຈີນນີ (ນຸດ) ແມ່ນມີເຈດຕະນາມີຢາເສບຕິດໄວ້ໃນຄອບຄອງ ປະເພດ (ເຄຕາມິນ) ເຊິ່ງການກະທຳດັ່ງກ່າວ ແມ່ນໄດ້ແຕະຕ້ອງເຖິງເສດຖະກິດ ແລະ ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍຕໍ່ສັງຄົມ, ຜິດຕໍ່ມາດຕາ 315 ຂອງປະມວນກົດໝາຍອາຍາປີ 2017.

ນາງ ສີວິໄລ, ທ້າວ ປະວັດ ແລະ ນາງ ຈີນນີ້ ແມ່ນມີສະຕິສຳປະສັນຍະຄົບຖ້ວນສົມບູນ ແລະ ເຖິງກະສຽນອາຍຸທາງອາຍາ.
ຜ່ານການສືບສວນສອບສວນຄື: 1. ທ້າວ ທະນູທອງ (ໄມ່), 2. ທ້າວ ຕົ້ນກ້າ ດວງລາສີ, 3. ທ້າວ ໃຈ (ບອຍ) ພົມມະລິດ, 4. ທ້າວ ຄຳຊາຍ (ໝໍ) 5. ນາງ ດາວຈັນ ຄາມະນີ, 6. ນາງ ນາ ແລະ 7. ນາງ ບົວເກນ ເທບ ສະພອນ, ພວກກ່ຽວທັງ 07 ຄົນ, ແມ່ນບໍ່ມີສ່ວນພົວພັນຕໍ່ກັບຢາເສບຕິດທີ່ຍືດໄດ້ ພວກກ່ຽວພຽງແຕ່ມົ້ວສຸມປາຕີກິນດື່ມນໍາເທົ່ານັ້ນ.
ດັ່ງນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ນາງ ສີວິໄລ, ທ້າວ ປະວິດ ພົມມະຈັກ ແລະ ນາງ ຈິນນີ ແລະ ເຄື່ອງຂອງກາງດັ່ງກ່າວໄວ້ເພື່ອທໍາການສືບສວນ-ສອບສວນ ຂະຫຍາຍຜົນ ແລະດໍາເນີນຄະດີຕາມລະບຽບກົດໝາຍ.

ແຫຼ່ງຂ່າວ: ປກສ ແຂວງບໍ່ແກ້ວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...