spot_img
Homeຂ່າວການພັດທະນາບໍລິສັດ ເອກະຊົນລາວ ໄດ້ຮັບ ສຳປະທານ ຂຸດຄົ້ນ ຖ່ານຫີນ ຢູ່ແຂວງເຊກອງ

ບໍລິສັດ ເອກະຊົນລາວ ໄດ້ຮັບ ສຳປະທານ ຂຸດຄົ້ນ ຖ່ານຫີນ ຢູ່ແຂວງເຊກອງ

Published on

ທ່ານຈູມມາລີ ໄຊຍະສອນ ປະທານປະເທດ ໄດ້ໃຫ້ກຽດ ເຂົ້າຮ່ວມ ພິທີເປີດເໝືອງແຮ່ ຢູ່ໃນແຂວງເຊກອງ.
ທ່ານຈູມມາລີ ໄຊຍະສອນ ປະທານປະເທດ ໄດ້ໃຫ້ກຽດ ເຂົ້າຮ່ວມ ພິທີເປີດເໝືອງແຮ່ ຢູ່ໃນແຂວງເຊກອງ.

ບໍລິສັດເອກະຊົນລາວ ໄດ້ຮັບສຳປະທານ ຂຸດຄົ້ນຖ່ານຫີນໃນເນື້ອທີ່ 1 ແສນເຮັກຕາ ໃນແຂວງເຊກອງ
ໂດຍຈາກການສຳຫຼວດພົບວ່າ ເໝືອງແຮ່ ດັ່ງກ່າວນີ້ ມີປະລິມານຖ່ານຫີນຫຼາຍກວ່າ 215 ລ້ານໂຕນ.

ບໍລິສັດເອກະຊົນລາວ ທີ່ໄດ້ຮັບສຳປະທານ ຂຸດຄົ້ນຖ່ານຫີນຢູ່ໃນແຂວງເຊກອງ ໃນຄັ້ງນີ້ ກໍແມ່ນ
ກຸ່ມ ບໍລິສັດພອນສັກ ຈຳກັດ ໂດຍພິທີເປີດເໝືອງແຮ່ ເພື່ອເລີ້ມດຳເນີນ ການຂຸດຄົ້ນໄດ້ມີຂຶ້ນ
ເມື່ອບໍ່ນານມານີ້ ໂດຍທ່ານຈູມມາລີ ໄຊຍະສອນ ປະທານປະເທດ ໄດ້ໃຫ້ກຽດເຂົ້າຮ່ວມ
ໃນພິທີເປີດຄັ້ງນີ້ດ້ວຍ ແລະ ທ່ານກໍຍັງໄດ້ເນັ້ນຍ້ຳ ໃຫ້ກຸ່ມບໍລິສັດພອນສັກຈຳກັດ ຈະຕ້ອງເອົາໃຈໃສ່
ໃນການຮັກສາ ສະພາບແວດລ້ອມທຳມະຊາດ ລວມເຖິງການສ້າງວຽກງານທຳ ໃຫ້ແກ່ປະຊາຊົນ
ໃນທ້ອງຖິ່ນ ແລະ ເຂດໃກ້ຄຽງ.

ໂດຍເໝືອງຖ່ານຫີນດັ່ງກ່າວນີ້ ມີເນື້ອທີ່ສຳປະທານລວມ 1 ແສນເຮັກຕາ ຢູ່ໃນເຂດ
ເມືອງກະລຶມ ແລະ ຈາກການສຳຫຼວດ ທີ່ຜ່ານມາ ກໍພົບວ່າມີປະລິມານຖ່ານຫີນ ສະສົມ
ຫຼາຍກວ່າ 215 ລ້ານໂຕນ ໂດຍໄດ້ແບ່ງເຂດຂຸດຄົ້ນເປັນ 4 ເຂດດ້ວຍກັນ ກໍຄືເຂດປະດູ່
ເຂດຫ້ວຍມີນ ເຂດຫ້ວຍໄຮ ແລະ ເຂດກະລຶມ.

ກຸ່ມບໍລິສັດພອນສັກຈຳກັດ ຄາດວ່າຈະຕ້ອງໃຊ້ເວລາ ໃນການຂຸດຄົ້ນ ເຖິງ 25 ປີ ດ້ວຍ
ປະລິມານການຂຸດຄົ້ນ ໂດຍສະເລ່ຍ 3 ລ້ານໂຕນຕໍ່ປີ ທີ່ສາມາດສົ່ງປ້ອນ ໂຮງງານ
ອຸດສາຫະກຳໄດ້ເລີຍ ເນື່ອງຈາກວ່າ ຖ່ານຫີນທີ່ຂຸດຄົ້ນ ຈາກເຂດສຳປະທານດັ່ງກ່າວນີ້
ມີຄ່າສະເລ່ຍຄວາມຮ້ອນເຖິງ 4,300 ກິໂລພະລັງງານ ຫຼື Kilo-Calories ຊຶ່ງດ້ວຍຄ່າ
ສະເລ່ຍຄວາມຮ້ອນ ໃນລະດັບດັ່ງກ່າວນີ້ ກໍຍັງເຮັດໃຫ້ ກຸ່ມບໍລິສັດພອນສັກຈຳກັດ ໄດ້ວາງ
ແຜນການທີ່ຈະລົງທຶນ ສ້າງໂຮງງານ ຜະລິດກະແສໄຟຟ້າ ດ້ວຍຖ່ານຫີນ 2 ແຫ່ງໃນລະຍະຕໍ່ໄປອີກດ້ວຍ.

ກ່ອນໜ້ານີ້ ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທຶນ
ໄດ້ຖະແຫຼງຢືນຢັນວ່າ ທາງການລາວທັງໃນຂັ້ນສູນກາງ ແລະ ລະດັບທ້ອງຖິ່ນໄດ້ອະນຸຍາດ
ສຳປະທານການຂຸດຄົ້ນແຮ່ທາດ ໃຫ້ແກ່ບໍລິສັດ ເອກະຊົນລາວ ແລະ ຕ່າງຊາດໄປແລ້ວ 470 ໂຄງການ
ໂດຍມີພື້ນທີ່ ໃນການຂຸດຄົ້ນ ລວມກັນກວ້າງກວ່າ 36,300 ກິໂລແມັດມົນທົນ ແລະ
ມີມູນຄ່າລົງທຶນລວມເຖິງ 5,900 ລ້ານດອນ​ລາ.

ແຕ່ຢ່າງໃດກໍຕາມ ທ່ານສົມດີ ກໍຍອມຮັບວ່າ ມີຫຼາຍໂຄງການທີ່ອາດຈະຕ້ອງຖືກຍົກເລີກ
ເພາະວ່າ ການກວດກາທີ່ຜ່ານມາ ພົບວ່າມີພຽງແຕ່ 14 ໂຄງການເທົ່ານັ້ນ ທີ່ໄດ້ຈັດຕັ້ງ
ປະຕິບັດໄດ້ຕາມມາດຕະຖານ ທີ່ກຳນົດໄວ້ ໃນສັນຍາລົງທຶນ ສ່ວນໂຄງການທີ່ເຫຼືອນັ້ນ
ກໍຍັງຈະຕ້ອງມີການ ພັດທະນາ ປັບປຸງ ໃຫ້ໄດ້ມາດຕະຖານ ຕາມສັນຍາລົງທຶນຕໍ່ໄປ.

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...