spot_img
Homeວົງການສື່ມວນຊົນໜັງສືພິມວຽງຈັນໃໝ່-ຮ່າໂນ້ຍເມີຍ ສືບຕໍ່ການຮ່ວມມື ວຽກງານສື່ມວນຊົນ!

ໜັງສືພິມວຽງຈັນໃໝ່-ຮ່າໂນ້ຍເມີຍ ສືບຕໍ່ການຮ່ວມມື ວຽກງານສື່ມວນຊົນ!

Published on

b4a47b7774d2e61492de0787ead8b3c4

ເພື່ອ​ເປັນ​ການ​ຮັດ​ແໜ້ນ​ສາຍພົວພັນ​ຮ່ວມ​ມື ແລະ ຖອດ​ຖອນບົດຮຽນ​ ກ່ຽວ​ກັບ​ວຽກ​ງານ​ສື່​ສິ່ງພິມ​ ລາວ-ຫວຽດນາມ ເຊິ່ງ​ເປັນກະບອກ​ສຽງ​ຂອງ​ພັກ​ນະຄອນຫຼວງ​ຂອງ​ສອງ​ປະເທດ ໃຫ້​ນັບມື້​ເຕີບ​ໃຫຍ່​ຂະຫຍາຍຕົວ ແລະ ກ້າວ​ສູ່​ລວງ​ເລິກ​ຍິ່ງໆ​ຂຶ້ນ ພິທີເຊັນ​ບົດ​ບັນທຶກ​ການ​ຮ່ວມ​ມືລະຫວ່າງທ່ານ​ນາງ ແກ້ວ​ຊ້ອນ ຈັນທະ​ນາມ ຮອງ​ຫົວໜ້າ​ບັນ​ນາທິ​ການ ໜັງ​ສຶ​ພິມ​ວຽງ​ຈັນ​ໃໝ່ ວຽງ​ຈັນ​ທຸລະ​ກິດ-ສັງຄົມ ນະຄອນ​ຫຼວງ​ວຽງ​ຈັນ ແລະ ທ່ານນາງ ມາຍ​ທິ ກິມ​ທວາ ຮອງ​ຫົວໜ້າ​ບັນນາທິການໜັງສືພິມ​ຮ່າໂນ້ຍ​ເມີຍ ​ສສ ຫວຽດນາມ ຈັດຂຶ້ນ​ໃນ​ວັນ​ທີ 12 ທັນວາ 2015 ທີ່ສຳນັກງານ​ໜັງ​ສຶ​ພິມ​ວຽງ​ຈັນ​ໃໝ່ ໂດຍ​ມີ​ທ່ານ ຖະ​ໝອນ​ສີ ພົມ​ມະວົງ ຮອງ​ຫົວໜ້າ​ບັນນາທິການໃຫຍ່​ໜັງສືພິມ​ວຽງ​ຈັນ​ໃໝ່ ວຽງຈັນ​ທຸລະ​ກິດ-ສັງຄົມ ແລະ ພາກສ່ວນ​ກ່ຽວຂ້ອງ​ຂອງ​ສອງ​ໜັງສືພິມ​ເຂົ້າ​ຮ່ວມ.

ການ​ລົງ​ນາມ​ໃນ​ຄັ້ງ​ນີ້ ​ເພື່ອສືບຕໍ່​ການ​ຮ່ວມ​ມື​ລະຫວ່າງ​ສອງໜັງສືພິມ ນັບ​ແຕ່​ປີ 2004 ເປັນຕົ້ນ​ມາ ໃນ​ການ​ພັດທະນາ​ທາງດ້ານ​ວິຊາ​ການ ໂດຍ​ສະເພາະ ຈະ​ສືບຕໍ່​ການ​ແລກປ່ຽນ​ການຢ້ຽມຢາມ​ຂອງ​ຄະນະ​ທັງ​ສອງ​ໜັງສື​ພິມ ສ້າງ​ເງື່ອນໄຂ​ໃຫ້​ນັກ​ຂ່າວ ທັງ​ສອງ​ຝ່າຍ​ໄດ້​ມີ​ໂອກາດ​ໃນການ​ເຜີຍແຜ່​ໂຄສະນາ​ ເຫດການເຄື່ອນ​ໄຫວ​ທີ່​ສຳຄັນ​ຕ່າງໆ ເປັນຕົ້ນ ເຫດການ​ທາງ​ດ້ານ​ການເມືອງ ເສດຖະກິດ-ສັງຄົມຂອງສອງ​ນະຄອນຫຼວງ ກໍ່​ຄື​ສອງ​ປະເທດ ​ສປປ ລາວ ​ສສ ຫວຽດນາມ ຢູ່​ໃນ​ໜ້າ​ໜັງສືພິມພິເສດ​ແມ່ນ ສ້າງ​ໃຫ້​ມີ​ເງື່ອນໄຂ​ໃນ​ການ​ພັດທະ​ນາ​ບຸກ​ຄະລາ​ກອນ ຕາມຄວາມ​ເປັນ​ຈິງ ​ເພື່ອ​ເຮັດ​ໃຫ້​ສອງໜັງສືພິມ​ຂອງ​ນະຄອນຫຼວງ​ ມີບາດກ້າວ​ອັນ​ໃໝ່​ໃນ​ການ​ກ້າວເຂົ້າ​ສູ່​ປະຊາ​ຄົມ​ເສດຖະກິດ​ອາຊຽນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...