spot_img
Homeນານາສາລະເຄັດລັບກັບສູດນ້ຳຢາກຳຈັດເຫົາ

ເຄັດລັບກັບສູດນ້ຳຢາກຳຈັດເຫົາ

Published on

   ຂຶ້ນ​ຊື່­ວ່າ​ເຫົາ​ຫຼາຍ​ຄົນ​ຄົງຈະ​ບໍ່​ມັກ​ໃຫ້​ມາ​ຢູ່​ໃນ​ຫົວ​ຂອງ​ເຮົາຢ່າງ​ແນ່­ນອນ ເພາະ​ມັນ​ສາ­ມາດ ແພ່​ພັນ​ໄດ້​ງ່າຍດັ່ງ­ນັ້ນ​ເຮົາ​ຈຶ່ງ​ຕ້ອງກຳ­ຈັດ​ມັນ​ໃຫ້​ອອກ​ຈາກ​ຮ່າງ­ກາຍຂອງ​ເຮົາ​ໃຫ້​ໄວ​ທີ່​ສຸດ ແລະ​ວິ­ທີ​ທີ່​ກຳ­ຈັດ​ແບບ​ໄດ້­ຜົນ​ທີ່​ສຸດ​ແບບ​ບໍ່​ມີສານ​ເຄ​ມີ​ຕົກ​ຄ້າງ​ກໍ່​ຄື​ສູດ​ທີ່​ໃຊ້​ອຸ­ປະ­ກອນ​ດັ່ງ­ນີ້: ໃບ​ໝາກ­ຂຽບ 1 ຊາມ​ນ້ອຍ ຫຼື ຫຼາຍ​ກວ່າ​ນັ້ນ​ກໍ​ໄດ້, ໝາກ​ຂີ້­ຫູດ 10 – 15 ໜ່ວຍ, ນ້ຳ ສະ­ອາດ​ພໍ­ປະ­ມານ, ເຄື່ອງ​ປັ່ນ ຫຼື ຄົກ, ຜ້າ​ຂາວ ຫຼື ກະ­ຊອນ​ຕອງ, ຜ້າ­ຄຸມ​ຫົວ, ຢາ­ສະ­ຜົມ, ຜ້າ​ສຳ­ລັບ ເຊັດ​ຜົມ, ຂວດ​ຢາງ​ໃສ 1 ໜ່ວຍ.

ວິ­ທີ​ປະ­ຕິ­ບັດ: ນຳ​ໃບ​ໝາກ­ຂຽບ,ໝາກ​ຂີ້­ຫູດ​ລ້າງ​ນ້ຳ​ໃຫ້​ສະ­ອາດ ແລ້ວ​ຊອຍ​ເປັນ​ຕ່ອນ​ນ້ອຍໆ ມາ​ປະ ສົມ​ກັບ​ນ້ຳ​ແລ້ວ​ນຳ​ລົງ​ໄປ​ປັ່ນ​ໃຫ້ ລະ­ອຽດ ຫຼັງ​ຈາກ​ນັ້ນ​ຕອງ​ດ້ວຍ​ຜ້າ ຂາວ​ແລ້ວ​ຖອກ​ໃສ່​ຂວດ​ທີ່​ກຽມ​ໄວ້ ນັ້ນ​ອັດ​ໃຫ້​ແໜ້ນ​ເພື່ອ​ໃຫ້​ໄດ້​ປະ­ສິດ­ທິ­ພາບ​ຂອງ​ກິ່ນ ແລ້ວ​ນຳ­ໄປ​ໝັກ​ຜົມ​ຜູ້​ທີ່​ມີ​ເຫົາ​ລະ­ວັງ​ຢ່າ​ໃຫ້​ເຂົ້າ​ຕາ ເພາະ​ມັນ​ຈະ​ມີ​ຄວາມ​ແສບ​ຫຼາຍ ເມື່ອ​ໝັກ​ແລ້ວ​ກໍ​ໃຊ້​ຜ້າ­ຄຸມ​ຫົວ​ໄວ້ 1 ຊົ່ວ­ໂມງ ແລ້ວ​ລ້າງ​ອອກ ຫຼື ສະຫົວ​ອີກ​ຄັ້ງ​ເພື່ອ​ໃຫ້​ສະ­ອາດ​ຈົນ ໝົດ​ກິ່ນ ຈາກ​ນັ້ນ​ໃຊ້​ຫວີ​ສາງ​ໃຫ້ ທົ່ວ​ຫົວ​ຈະ​ເຫັນ​ໄດ້​ວ່າ​ເຫົາ​ນັ້ນ​ຕາຍ ຕິດ​ອອກ​ມາ​ໃນ​ຫວີ​ເປັນ​ຈຳ­ນວນ ຫຼາຍ​ທີ່​ສຸດ.

ທີ່ມາ http://www.sedthakid.la

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...