spot_img
Homeຂ່າວພາຍ​ໃນກົດໝາຍສູງສຸດສະບັບໃໝ່! ສະພາແຫ່ງຊາດ ຮັບຮອງເອົາ ລັດຖະທຳມະນູນ ສະບັບປັບປຸງປີ 2015 ແລ້ວ!

ກົດໝາຍສູງສຸດສະບັບໃໝ່! ສະພາແຫ່ງຊາດ ຮັບຮອງເອົາ ລັດຖະທຳມະນູນ ສະບັບປັບປຸງປີ 2015 ແລ້ວ!

Published on

Meeting1
ພາບບັນຍາກາດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ວັນທີ 7 ທັນວາ 2015

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ລົງມະຕິຮັບຮອງເອົາ ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັບປຸງໃໝ່ປີ 2015 ຢ່າງເປັນທາງການແລ້ວໃນມື້ນີ້ (8 ທັນວາ) ດ້ວຍຄະແນນສຽງເຫັນດີ 99% ຫລັງຈາກລັດຖະທຳມະນູນ ສະບັບປັດຈຸບັນ ຖືກນຳໃຊ້ມາຍາວນານ ກ່ວາທົດສະວັດ.

ລາວໂພສຕ໌ – ໃນມື້ນີ້ ວັນທີ 8 ທັນວາ 2015 ເວລາ 18:30 ນາທີ ທີ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢ່າທໍຕູ້ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ຊຶ່ງໄຂຂຶ້ນຢ່າງເປັນທາງການ ໃນວັນທີ 7 ທັນວາຜ່ານມາ, ໄດ້ພ້ອມກັນພິຈາລະນາ ເພື່ອຮັບຮອງເອົາ ຮ່າງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັບປຸງໃໝ່ປີ 2015 ດ້ວຍຄວາມເອົາໃຈໃສ່ ແລະ ຮັບຜິດຊອບສູງ, ຜ່ານຜົນຂອງການລົງມະຕິຮັບຮອງເຫັນວ່າ ບັນດາສະມາຊິກ ສະພາແຫ່ງຊາດ 109 ທ່ານ ເຫັນດີຮັບຮອງເອົາ 108 ສຽງ ກວມ 99% ຂອງຈຳນວນສຽງທັງໝົດ.

law
ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ຂຶ້ນສະເໜີຮ່າງລັດຖະທຳມະນູນ ສະບັບປັບປຸງໃໝ່ປີ 2015 ຕໍ່ສະພາແຫ່ງຊາດ

ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັບປຸງໃໝ່ປີ 2015 ຊຶ່ງເປັນກົດໝາຍສູງສຸດຂອງປະເທດເຮົາ ປະກອບມີທັງໝົດ 14 ໝວດ ແລະ 119 ມາດຕາ ຊຶ່ງໃນນັ້ນ ປະກອບມີ 3 ໝວດໃໝ່ ເພີ່ມເຂົ້າມາຄື: ໝວດທີ VIII ວ່າດ້ວຍ ສະພາປະຊາຊົນທ້ອງຖິ່ນ, ໝວດທີ XI ວ່າດ້ວຍ ການກວດສອບແຫ່ງລັດ ແລະ ໝວດທີ XII ວ່າດ້ວຍ ຄະນະກໍາມະການເລືອກຕັ້ງ ແລະ ນອກຈາກນີ້ ຍັງມີການປັບປຸງເນື້ອໃນຂອງບາງໝວດ ແລະ ບາງມາດຕາຕື່ມອີກ.

ອີງຕາມລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັດຈຸບັນແລ້ວ, ລັດຖະທຳມະນູນ ສະບັບປັບປຸງໃໝ່ປີ 2015 ນີ້ ຈະມີຜົນສັກສິດນຳໃຊ້ ກໍຕໍ່ເມື່ອພາຍຫລັງ ປະທານປະເທດ ໄດ້ອອກລັດຖະດຳລັດ ເພື່ອປະກາດໃຊ້ຢ່າງເປັນທາງການ ແລະ ພາຍຫລັງຖືກປະກາດໃຊ້ແລ້ວ ກໍຈະເຮັດໃຫ້ລັດຖະທຳມະນູນ ສະບັບປີ 2003 ຊຶ່ງເປັນສະບັບທີ່ນຳໃຊ້ມາຍາວນານ ເປັນເວລາ 12 ປີ ຖືກປ່ຽນແທນ ດ້ວຍລັດຖະທຳມະນູນສະບັບໃໝ່.

F-L-PDR

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...