spot_img
Homeຂ່າວຕ່າງປະເທດຕວກກີສວນຄືນ! ອ້າງມີຫລັກຖານ ເປັນຝ່າຍຣັດເຊຍເອງ ທີ່ຄ້ານ້ຳມັນເຖື່ອນ ກັບກຸ່ມໄອເອັສ!

ຕວກກີສວນຄືນ! ອ້າງມີຫລັກຖານ ເປັນຝ່າຍຣັດເຊຍເອງ ທີ່ຄ້ານ້ຳມັນເຖື່ອນ ກັບກຸ່ມໄອເອັສ!

Published on

Turkey's President Tayyip Erdogan addresses the audience during a meeting in Ankara

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ທັນວາຜ່ານມານີ້ວ່າ ທ່ານ ເຣເຊບ ເຕຢິບ ເອີໂດກັນ ປະທານາທິບໍດີຕວກກີ ໄດ້ອອກມາກ່າວອ້າງ ລັດຖະບານຕວກກີ ມີຂໍ້ມູນທີ່ພິສູດໄດ້ວ່າ ຣັດເຊຍກໍມີສ່ວນກ່ຽວຂ້ອງ ກັບການຄ້ານ້ຳມັນເຖື່ອນ ກັບກຸ່ມລັດອິດສະລາມ ຫລື ໄອເອັສ ໃນປະເທດຊີຣີ ເພື່ອຕອບໂຕ້ຂໍ້ກ່າວຫາຂອງຣັດເຊຍ ທີ່ລະບຸວ່າຕົນເອງ ແລະ ຄອບຄົວ ມີສ່ວນພົບພັນກັບການຄ້ານ້ຳມັນເຖື່ອນ ກັບກຸ່ມກໍ່ການຮ້າຍດັ່ງກ່າວ.

ທ່ານ ເອີໂດກັນ ໄດ້ກ່າວວ່າ ” ພວກເຮົາມີຫລັກຖານໃນມື ແລະ ຈະເປີດໂປງໃຫ້ໂລກຮູ້, ຣັດເຊຍຈຳເປັນຕ້ອງພິສູດວ່າ ສາທາລະນະລັດຕວກກີ ຊື້ນ້ຳມັນຈາກກຸ່ມໄອເອັສ ຖ້າບໍ່ດັ່ງນັ້ນ ກໍຈະຖືວ່າເປັນການໃສ່ຮ້າຍປ້າຍສີ “

ພ້ອມດຽວກັນນີ້ ຜູ້ນຳຕວກກີຍັງໄດ້ກ່າວວ່າ ເຂົາພ້ອມທີ່ຈະລາອອກຈາກຕຳແໜ່ງ ຫາກຣັດເຊຍມີຫລັກຖານພິສູດຂໍ້ກ່າວຫາ ແລະ ບອກວ່າ ແທ້ຈິງແລ້ວ ແມ່ນຣັດເຊຍເອງ ທີ່ກ່ຽວຂ້ອງກັບການຄ້ານ້ຳມັນເຖື່ອນ ພ້ອມທັງລະບຸອີກວ່າ ” ທ້າວ ຈອດ ຮັດວານີ ຊາວຊີຣີ ຊຶ່ງຖືໜັງສືຜ່ານແດນຣັດເຊຍ ຄືໜຶ່ງໃນພໍ່ຄ້າລາຍໃຫຍ່ ໃນທຸລະກິດດັ່ງກ່າວນີ້ “

ແຫລ່ງຂ່າວຍັງໄດ້ລະບຸອີກວ່າ ທ່ານ ເອີໂດກັນ ໄດ້ກ່າວເຖິງນັກຫລິ້ນໝາກເສິກຊື່ດັງຂອງຣັດເຊຍ ກໍມີສ່ວນກ່ຽວຂ້ອງກັບທຸລະກິດດັ່ງກ່າວນີ້ ຊຶ່ງໝາຍເຖິງ ທ່ານ ຄີຊານ ອິນຢຸມຊີນອບ ນັກທຸລະກິດ ແລະ ປະທານສະຫະພັນໝາກເສິກໂລກ ຊຶ່ງຖືກລັດຖະບານສະຫະລັດອາເມຣິກາ ຂວ້ຳບາດ ຈາກການກ່ຽວຂ້ອງກັບ ການຄ້ານ້ຳມັນເຖື່ອນ.

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)