spot_img
Homeຂ່າວຕ່າງປະເທດອົງການອຸຕຸນິຍົມວິທະຍາໂລກຊີ້ ອຸນຫະພູມໂລກເພີ່ມຂຶ້ນ ສູງເປັນປະຫວັດການ!

ອົງການອຸຕຸນິຍົມວິທະຍາໂລກຊີ້ ອຸນຫະພູມໂລກເພີ່ມຂຶ້ນ ສູງເປັນປະຫວັດການ!

Published on

maxresdefault

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ພະຈິກນີ້ວ່າ ສຳນັກງານອົງການອຸຕຸນິຍົມວິທະຍາໂລກ ຊຶ່ງເປັນອົງການຈັດຕັ້ງ ພາຍໃນເຄືອຂ່າຍຂອງ ອົງການສະຫະປະຊາຊາດ ຫລື UN ໄດ້ເປີດເຜີຍຂໍ້ມູນວ່າ ໃນໄລຍະ 10 ເດືອນທຳອິດຂອງປີ 2015 ນີ້ ອຸນຫະພູມພື້ນຜິວຂອງໂລກ ໂດຍສະເລ່ຍສູງຂຶ້ນ 1 ອົງສາ C ແຊງໜ້າປີກາຍນີ້ ທີ່ສູງຂຶ້ນສະເລ່ຍ 0.73 ອົງສາ C ໃນຂະນະທີ່ອຸນຫະພູມຜິວນ້ຳມະຫາສະໝຸດ ປີນີ້ມີທ່າອ່ຽງທຽບເທົ່າ ຫລື ແຊງໜ້າປີຜ່ານມາ ຊຶ່ງສູງເປັນປະຫວັດການ.

ອົງການອຸຕຸນິຍົມວິທະຍາໂລກ ໄດ້ເປີດເຜີຍວ່າ ປົກກກະຕິແລ້ວ ຈະເກັບກຳຂໍ້ມູນໝົດປີ ກ່ອນຈະແຈ້ງໃຫ້ສາທາລະນະຮັບຊາບ ແຕ່ວ່າປີນີ້ ຕ້ອງໄດ້ເປີດເຜີຍຂໍ້ມູນ ໃນເບື້ອງຕົ້ນ ເພື່ອໃຫ້ທ່ວງທັນ ກັບກອງປະຊຸມກ່ຽວກັບ ການປ່ຽນແປງຂອງສະພາບພູມອາກາດໂລກ ຂອງອົງການສະຫະປະຊາຊາດ ທີ່ຈະເປີດຂຶ້ນ ໃນວັນທີ 30 ພະຈິກຈະມາເຖິງນີ້ ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ ຊຶ່ງຈະມີຜູ້ນຳຈາກທົ່ວໂລກ ກ່ວາ 140 ປະເທດເຂົ້າມຮ່ວມ.

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)