spot_img
Homeຂ່າວຕ່າງປະເທດກຸ່ມໄອເອັສ ອ້າງຢູ່ເບື້ອງຫລັງ ເຫດໂຈມຕີລົດເມໜ່ວຍປ້ອງກັນ ປະທານາທິບໍດີຕຸຍນີຊີ!

ກຸ່ມໄອເອັສ ອ້າງຢູ່ເບື້ອງຫລັງ ເຫດໂຈມຕີລົດເມໜ່ວຍປ້ອງກັນ ປະທານາທິບໍດີຕຸຍນີຊີ!

Published on

dsdsd

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ພະຈິກນີ້ວ່າ ກຸ່ມລັດອິດສະລາມ ຫລື ໄອເອັສ ໄດ້ອອກມາອ້າງວ່າ ເປັນຜູ້ຢູ່ເບື້ອງຫລັງ ເຫດລະເບີດໂຈມຕີ ລົດເມບັນທຸກ ໜ່ວຍປ້ອງກັນ ປະທານາທິບໍດີຕຸຍນິຊີ ໃນວັນອັງຄານທີ 24 ພະຈິກຜ່ານມາ ໂດຍລະບຸວ່າ ທ້າວ ອາບູ ອັບດອນເລາະ ອັນຕູນິຊີ ເປັນມືລະເບີດ ຂ້າຕົວຕາຍ ດ້ວຍການເອົາລະເບີດ ເຊື່ອງໄວ້ພາຍໃນເສື້ອ ແລ້ວຂຶ້ນໄປເທິງລົດເມຄັນດັ່ງກ່າວ ໃນຂະນະທີ່ກຳລັງຮັບເອົາ ເຈົ້າໜ້າທີ່ໜ່ອຍປ້ອງກັນ ປະທານາທິບໍດີ ຕຸຍນີຊີ ຂຶ້ນລົດ.

ຈາກເຫດການດັ່ງກ່າວ ເຈົ້າໜ້າທີ່ຕຸຍນີຊີລະບຸວ່າ ມີຜູ້ເສຍຊີວິດທັງໝົດ 13 ຄົນ ແລະ ບາດເຈັບຈຳນວນ 20 ຄົນ ຊຶ່ງໃນນັ້ນ ແມ່ນເປັນປະຊາຊົນ ລວມຢູ່ນຳເຖິງ 4 ຄົນ.

 

ບົດຄວາມຫຼ້າສຸດ

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...

ຕົກກາງທະເລ! ເຮລິຄອບເຕີແພດຍີ່ປຸ່ນຕົກທະເລ ຂະນະຂົນສົ່ງຜູ້ປ່ວຍໄປໂຮງໝໍ

ເຮລິຄອບເຕີແພດຂອງຍີ່ປຸ່ນເກີດເຫດຕົກກາງທະເລ ຂະນະກຳລັງຂົນສົ່ງຜູ້ປ່ວຍໄປໂຮງໝໍ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ ເຫດເຮລິຄອບເຕີແພດຍີ່ປຸ່ນລຳໜຶ່ງຕົກກາງທະເລ ຂະນະກຳລັງຮັບ-ສົ່ງຜູ້ປ່ວຍ 1 ຄົນໄປໂຮງໝໍ ໂດຍເດີນທາງຈາກສະໜາມບິນສຶຊິມະ ໃນຈັງຫວັດນາງາຊາກິ ໄປໂຮງໝໍໃນເມືອງຟຸຄຸໂອກະ ເມື່ອວັນທີ 6...

ປະຊາຊົນຊາວອາເມລິກາລວມຕົວກັນຕາມເມືອງໃຫຍ່ ກວ່າ 50 ລັດ ປະທ້ວງຕໍ່ຕ້ານ ໂດນັລ ທຣຳ ຜູ້ນຳສະຫະລັດ

ຊາວອາເມລິກາລວມຕົວກັນຕາມເມືອງໃຫຍ່ ແລະ ສະຖານທີ່ຕ່າງໆ ເພື່ອປະທ້ວງຕໍ່ຕ້ານ ປະທານາທິບໍດີ ໂດນັລ ທຣຳ ແລະ ອີລອນ ມັສ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 6 ເມສາ 2025 ຜ່ານມານີ້ວ່າ:...