spot_img
Homeມຸມຂ່າວ AECຈີດີພີອາຊຽນ ຈະບັນລຸ 4,7 ຕື້ໂດລາສະຫະລັດ

ຈີດີພີອາຊຽນ ຈະບັນລຸ 4,7 ຕື້ໂດລາສະຫະລັດ

Published on

EC 400

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ທ່ານ ນາຈິບ ຣາຊັກ  ນາຍົກ ລັດຖະມົນຕີ ມາ​ເລ​ເຊຍ ຄາດວ່າ ລວມຍອດ ຜະ ລິດຕະພັນ ພາຍໃນ(GDP) ​ຂອງ​ອາ​ຊຽນ ຈະ​ບັນລຸ4.700 ຕື້​ໂດ​ລາ ​ສະຫະລັດ ​ໃນ2020 ​ເນື່ອງ​ຈາກ ອາ​ຊຽນ ມີ​ຄວາມ​ສາມາດ ​ບົ່ມ​ຊ້ອນ ກາຍ​ເປັນ​ພື້ນຖານ​ ເສດຖະກິດ ພາຍຫລັງ ​ອາ​ຊຽນ ​ໄດ​້ລົງ​ນາມ ຖະ​ແຫລ​ງການ​ຮ່ວມ ກົວ​ລາ​ລຳ​ເປິ ​​ເມື່ອ​ບໍ່​ດົນ​ມາ​ນີ້. ປະຊາ​ຄົມ​ອາ​ຊຽນ ຈະ​ສ້າງ​ຕັ້ງ​ຂຶ້ນ​ ໃນ​ທ້າຍ​ປີ​ນີ້  ບົນ​ພື້ນ​ຖານ ການ​ກໍ່ສ້າງ ສາມ​ເສົາ​ຄ້ຳຫລັກ​ ຄື: ການ​ເມືອງ-ຄວາມ​ປອດ​ໄພ, ​​ເສດຖະກິດ ​ແລະ ວັດທະນະທຳ-ສັງຄົມ.

ປັດຈຸບັນ, ອາ​ຊຽນ ​ຕ້ອງ​ຮັບປະ​ກັນ​ ​ໃນການ​ສ້າງ​ ຕະຫລາດ ​ແລະ ພື້ນຖານ ​ການ​ຜະລິດ​ຮ່ວມ ຢ່າງ​ຕັ້ງໜ້າ ​ເພື່ອ​ຂົນ​ສົ່ງ​ສິນຄ້າ​ ​ແລະ ການ​ບໍລິການ ຢ່າງ​ເສລີ ​ໂດຍ​ເນັ້ນ​ໃສ່ ​ຮັບປະກັນ ​ມາດຖານ​ ການຜະລິດ​ລວມ ​ເພື່ອ​ຊຸກຍູ້​ໃຫ້ ​ເສດຖະກິດ ຈະ​ເລີ​ນ​ເຕີບ​ໃຫຍ່ ​ຂຶ້ນ​ເລື້ອຍໆ ​ແລະ ລົບ​ລ້າງ​ ຮົ້ວ​ກັ້ນ ​ການ​ຄ້າ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...