spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີລາວ-ຈີນ ພົບປະຫາລືສອງຝ່າຍ ຢູ່ກົວລາລຳເປີ ປະເທດມາເລເຊຍ

ນາຍົກລັດຖະມົນຕີລາວ-ຈີນ ພົບປະຫາລືສອງຝ່າຍ ຢູ່ກົວລາລຳເປີ ປະເທດມາເລເຊຍ

Published on

12250018_416778215198576_7339939274360592925_n

ຂປລ. ອີງ​ຕາມ​ແຫ​ລ່ງຂ່າວ CRI ​ໃນຕອນຄ່ຳວັນທີ 21 ພະຈິກນີ້ ທ່ານ ຫລີເຄີ້ສຽງ  ນາຍົກລັດຖະມົນຕີ ສປ ຈີນ ໄດ້ພົບປະກັບ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ສປປ ລາວ ຢູ່ທີ່ນະຄອນຫລວງ ກົວລະລຳເປີ ປະ​ເທດມາເລເຊຍ.

ທ່ານ ຫລີເຄີ້ສຽງ ໄດ້ສະແດງຄວາມອວຍພອນ ຢ່າງອົບອຸ່ນຕໍ່ ສປປ ລາວ ທີ່ຈະສະ​ເຫລີ​ມສະຫລອງ​ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ​ໂດຍກ່າວວ່າ: ຈີນ-ລາວ ມີໄມຕີຈິດມິດຕະພາບອັນເປັນມູນເຊື້ອ ມາ​ແຕ່​ບູຮານ​ນະ​ການ. ສປ ຈີນ ຍິນດີຮ່ວມ​ມື​ເຮັດໃຫ້ສາຍ​ພົວພັນ ໄປມາຫາສູ່ກັນ ລະດັບສູງກັບ ສປປ ລາວ ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ເພີ່ມທະວີການແລກປ່ຽນ ດ້ານຍຸດທະສາດ ແລະ ສາມັກຄີຮ່ວມມືກັນ, ຮ່ວມກັນ ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ຈີນ-ລາວ ຂຶ້ນສູ່ລະດັບໃໝ່. ປັດຈຸບັນ ການຮ່ວມມື ຈີນ-ລາວ ໄດ້ຮັບໝາກຜົນອັນໃໝ່ທີ່ອຸດົມສົມບູນ ເຊິ່ງໂຄງການທາງລົດໄຟ ຈີນ-ລາວ ໄດ້ດຳເນີນໄປຢ່າງສະດວກ ແລະ ຈະຈັດພິທີວາງສີລາ​ເລີກໃນມໍ່ໆ​ນີ້. ດາວທຽມໜ່ວຍທຳອິດຂອງ ສປປ ລາວ ກໍໄດ້ຖືກສົ່ງຂຶ້ນສູ່ວົງໂຄຈອນ ຢ່າງສຳເລັດ ຢູ່ປະເທດຈີນ. ຫວັງວ່າສອງຝ່າຍຈະຮ່ວມກັນ ທຳຄວາມພະຍາຍາມຕື່ມອີກ, ຊຸກຍູ້ໃຫ້ການຮ່ວມມື ໃນການສ້າງເຂດຮ່ວມມືເສດຖະກິດ, ການສ້າງທາງດ່ວນ, ທາງລົດໄຟ ແລະ ພື້ນຖານໂຄງລ່າງອື່ນໆ ໃຫ້ໄດ້ຮັບຄວາມຄືບໜ້າໃໝ່, ເພື່ອສ້າງເປັນໂຄງການແບບຢ່າງ ແຫ່ງການເຊື່ອມຈອດກັນ ຢູ່ພາກພື້ນແຫ່ງນີ້.

12107866_416778228531908_4671544632071045066_n

ທ່ານ ຫລີເຄີ້ສຽງ ເນັ້ນຕື່ມວ່າ: ​ໃນປີ 2016 ສປປ ລາວ ຈະເປັນປະທານອາຊຽນ ແລະ ທັງເປັນສະມາຊິກທີ່ສຳຄັນ ຂອງກົນໄກຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ທີ່ຫາກໍໍ່ສ້າງຕັ້ງຂຶ້ນໃໝ່. ສປ ຈີນ ຍິນດີປະສານງານກັບ ສປປ ລາວ ຢ່າງແໜ້ນແຟ້ນ, ຊຸກຍູ້ໃຫ້ການພົວພັນ ຈີນ-ອາຊຽນ ແລະ ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ມີການພັດທະນາໃຫຍ່ກວ່າເກົ່າ ແລະ ສ້າງຄວາມສຸກ ໃຫ້ແກ່ປະຊາຊົນສອງປະເທດ ຈີນ-ລາວ ກໍ່ຄືປະຊາຊົນທົ່ວພາກພື້ນ ໃຫ້ຫລາຍກວ່າເກົ່າ.

ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ກ່າວວ່າ: ລາວ-ຈີນ ມີຄວາມ​ສຳພັນທີ່​ດີ ​ແລະ ມິດຕະພາບອັນເປັນມູນເຊື້ອ ທີ່ຍາວນານ, ມີການໄປມາຫາສູ່ກັນ ລະດັບສູງຢ່າງແໜ້ນແຟ້ນ, ການຮ່ວມມືທີ່ແທ້ຈິງ ໄດ້ຮັບຄວາມຄືບໜ້າອັນໃໝ່, ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານໄດ້ ພັດທະນາ ສູ່ລວງເລິກ. ສປປ ລາວ ຂໍຂອບໃຈນຳ ສປ ຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງລາວ. ໃນໄລຍະ ສປປ ລາວ ດຳລົງຕຳແໜ່ງ ເປັນປະທານອາຊຽນ, ຈະຊຸກຍູ້ໃຫ້ອາຊຽນກັບຈີນ ມີການແລກປ່ຽນ ແລະ ຮ່ວມມືກັນ ໃນຂົງເຂດການສ້າງສາ ເຊື່ອມຈອດກັນ, ເສດຖະກິດການຄ້າ, ວັດທະນະທຳ ແລະ ຂົງເຂດອື່ນໆ ແລະ ຫວັງວ່າການຮ່ວມມືຕາມ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຈະໄດ້ຮັບການພັດທະນາຂຶ້ນເລື້ອຍໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...