spot_img
Homeຂ່າວການສຶກສາຍີ່ປຸ່ນມອບປ໋ອງປາກ່ວາ 49 ພັນໂຕນ ໃຫ້ນັກຮຽນລາວ ຢູ່ເຂດຫ່າງໄກສອກຫລີກ

ຍີ່ປຸ່ນມອບປ໋ອງປາກ່ວາ 49 ພັນໂຕນ ໃຫ້ນັກຮຽນລາວ ຢູ່ເຂດຫ່າງໄກສອກຫລີກ

Published on

educa

ຂປລ. ລັດຖະບານ​ຍີ່ປຸ່ນ ໄດ້​ນຳ​ເອົາ​ອາຫານ​ສຳ​ເລັດຮູບ (ປ໋ອງປາ) ຈຳນວນ 49 ພັນກວ່າ​ໂຕນ ມອບ​ໃຫ້​ລັດຖະບານ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 20 ພະຈິກ 2015 ນີ້, ​ເພື່ອ​ນຳ​ໄປມອບ​ໃຫ້​ໂຮງຮຽນ​ເຂດ​ຫ່າງ​ໄກ​ສອກຫລີກ ຕາງໜ້າ​ມອບ​ໂດຍ​ທ່ານ Ryotaro SUZUKI ຜູ້ຕາງໜ້າ​ເອກ​ອັກຄະ​ຣາຊະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ປະ​ເທດ​ຍີ່ປຸ່ນ ປະຈຳ ລາວ ​ແລະ ຮັບ​ໂດຍ ທ່ານ ລີ​ຕູ້ ບົວ​ປາວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ.

ອາຫານສຳ​ເລັດ​ຮູບຈຳນວນ ​ດັ່ງກ່າວ ລັດຖະບານ​ລາວ​ ກໍ​ຄື​ ກະຊວງ​ສຶກສາ​ທິການ ​ແລະ ກິລາ ຈະ​ນຳ​ໄປ​ມອບ​ໃຫ້​ໂຮງຮຽນ​ເຂດ​ຫ່າງ​ໄກ​ສອກ​ຫລີກ ຈຳນວນ 264 ​ໂຮງຮຽນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ໂດຍ​ຜ່ານ​ໂຄງການ​ອາຫານ​ເສີມ​ໃນ​ໂຮງຮຽນ ​​ເພື່ອ​​ເຮັດໃຫ້​ເດັກນ້ອຍ​ລາວບັນດາ​ເຜົ່າ​ ທີ່​ທຸກ​ຍາກ​ຂາດ​ເຂີນ​ດ້ານ​ສະບຽງ​ອາຫານ ຢູ່​ເຂດ​ຊົນນະບົດ ​ໄດ້​ມີອາຫານ​ການ​ກິນ​ພຽງພໍ ​ແລະ ມີ​ຄຸນ​ນະພາ​ບ, ມີ​ການ​ຮັບປະກັນ​ທາງ​ດ້ານ​ໂພ​ຊະ​ນາ​ການ, ທັງ​ເປັນ​ການ​ຊຸກຍູ້​ສົ່ງ​​ເສີມ​ໃຫ້​ເດັກນ້ອຍ​ລາວ​ ບັນດາ​ເຜົ່າ ມີ​ສຸຂະພາບ​ສົມບູນ-​ແຂງ​ແຮງ ​ແລະ ມີ​ຊີ​ວິດ​ການ​ເປັນ​ຢູ່ທີ່​ດີ​.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)