spot_img
Homeຂ່າວຕ່າງປະເທດຫລາຍລັດຂອງອາເມຣິກາ ປະກາດບໍ່ຮັບຜູ້ອົບພະຍົບຊາວຊີຣີ ຢ້ານຜູ້ກໍ່ການຮ້າຍແອບແຝງ!

ຫລາຍລັດຂອງອາເມຣິກາ ປະກາດບໍ່ຮັບຜູ້ອົບພະຍົບຊາວຊີຣີ ຢ້ານຜູ້ກໍ່ການຮ້າຍແອບແຝງ!

Published on

EyWwB5WU57MYnKOuXoiNChb47VaF1D21E1bxNFUBbtMbEGhLhTkUSM

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ພະຈິກນີ້ວ່າ ຜູ້ວ່າການລັດຕ່າງໆ ໃນສະຫະລັດອາເມຣິກາ ຫລາຍກ່ວາສິບລັດ ໄດ້ອອກມາປະກາດ ປິດປະຕູບໍ່ຮັບ ຜູ້ອົບພະຍົບຈາກຊີຣີທັນທີ ພາຍຫລັງເກີດເຫດໂຈມຕີປາຣີ ເມື່ອວັນສຸກທີ 13 ພະຈິກຜ່ານມາ ເນື່ອງຢາກຢ້ານວ່າ ມືລະເບີດຂ້າຕົວຕາຍ ແລະ ຜູ້ກໍ່ການຮ້າຍ ຈະແຝງຕົວປະປົນ ລັກລອບເຂົ້າມາກັບກຸ່ມຜູ້ອົບພະຍົບ.

ບັນດາລັດຕ່າງໆທີ່ປະກາດ ປິດຮັບຜູ້ອົບພະຍົບປະກອບມີ ລັດຊິຊິແກນ, ລັດອະລາບາມາ, ລັດເທັກຊັດ, ລັດແອຣິໂຊນາ, ລັດອາຄັນຊໍ, ລັດຟໍຣິດາ, ລັດຈໍເຈຍ, ລັດອິລິນອຍ ແລະ ລັດອິນເດຍນາ ແລະ ອື່ນໆອີກ.

ທັງນີ້ ການປະກາດປິດຮັບຜູ້ອົບພະຍົບດັ່ງກ່າວ ໄດ້ສວນທາງກັບຄຳປະກາດ ຂອງປະທານາທິບໍດີ ບາຣັກ ໂອບາມາ ທີ່ຈະຮັບເອົາ ຜູ້ອົບພະຍົບຊາວຊີຣີ ປະມານ 10,000 ຄົນ ໃນອີກ 12 ເດືອນຂ້າງໜ້າ.

 

 

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...