spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ລາວສະກາຍເວຊີ້ແຈງ ພວມເລັ່ງຊອກຫາສາເຫດ ເຮືອບິນ MA60 ເຈືອກລົງປ່າຫຍ້າ!

ລາວສະກາຍເວຊີ້ແຈງ ພວມເລັ່ງຊອກຫາສາເຫດ ເຮືອບິນ MA60 ເຈືອກລົງປ່າຫຍ້າ!

Published on

lao skyway

ທ່ານ ບຸນມາ ຈັນທະວົງ ອໍານວຍການບໍລິສັດລາວສະກາຍເວ ໃຫ້ຮູ້ເມື່ອທ້າຍອາທິດຜ່ານມາວ່າ: ພາຍຫລັງເກີດເຫດ ເຮືອບິນໂດຍສານ MA60 ຂອງ ບໍລິສັດລາວສະກາຍເວເຈືອກອອກທາງແລ່ນ ຂອງສະໜາມບິນວັດໄຕ ນະຄອນຫລວງວຽງຈັນ ເມື່ອເວລາປະມານ 14:00 ໂມງຂອງວັນທີ 13 ພະຈິກນີ້, ໂດຍເຮືອບິນລໍາດັ່ງກ່າວ ແມ່ນເດີນທາງມາຈາກແຂວງຫລວງພະບາງ, ຊຶ່ງມຜູ້ໂດຍສານ ແລະ ຈຸບີນລວມທັງໝົດ 31 ຄົນ ໂດຍພາຍຫລັງເຮືອບີນໄດ້ລົງແຕະພື້ນ ທາງແລ່ນຂອງສະໜາມບິນວັດໄຕ ໄດ້ໄລຍະໜຶ່ງ ກໍໄດ້ເກີດເສຍຫລັກເຈຶອກອອກຈາກທາງແລ່ນ ແລະ ໄປຈອດຢູ່ປ່າຫຍ້າຫ່າງຈາກທາງແລ່ນປະມານ 50 ແມັດ, ໂດຍຜູ້ໂດຍສານ ແລະ ຈຸບີນທັງໝົດແມ່ນປອດໄພດີ, ປັດຈຸບັນເຈົ້າໜ້າທີ່ກ່ຽວຂ້ອງ ພວມເລັ່ງຊອກຫາສາເຫດຂອງເຫດການຄັ້ງນີ້.

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...