spot_img
Homeຂ່າວການສຶກສາສະຫະພາບເອີຣົບ ຊຸກຍູ້ນັກສຶກສາລາວ ສະໝັກເອົາທຶນຮຽນຕໍ່ ຢູ່ບັນດາປະເທດສະມາຊິກ

ສະຫະພາບເອີຣົບ ຊຸກຍູ້ນັກສຶກສາລາວ ສະໝັກເອົາທຶນຮຽນຕໍ່ ຢູ່ບັນດາປະເທດສະມາຊິກ

Published on

Untitled-102.11.2

ຂປລ. ສຳນັກງານ​ຜູ້ຕາງໜ້າສະຫະພາບ​ເອີຣົບ(ອີ​ຢູ), ສະຖານທູດ​ຝຣັ່ງ, ​ເຢຍລະ​ມັນ ​ແລະ ສະຖານທູດ​ອັງກິດ ປະຈຳ​ລາວ ​ໄດ້​ຈັດ​ຊຸດ​ສຳ​ມະ​ນາ​ຂຶ້ນ​ໃນ​ວັນ​ທີ 30 ຕຸລາ 2015 ທີ່​ອາຄານ​ຄະນະ​ເສດຖະສາດ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ເພື່ອ​ນຳ​ສະ​ເໜີ​ ແລະ ​ເປີດ​ໂອກາດ​ທາງ​ດ້ານ​ການ​ສຶກສາ​ຊັ້ນ​ສູງ ​ໃຫ້​ແກ່​ບັນດາ​ຄູ-ອາຈານ, ນັກ ຮຽນ-ນັກ​ສຶກສາ ​ແລະ ບຸກຄົນ​ທົ່ວ​ໄປ ທີ່​​ມີ​ຄວາມ​ສົນ​ໃຈ​ສະໝັກ​ເອົາ​ທຶນ ​ເພື່ອ​ໄປ​ສຶກສາຕໍ່​ໃນ​ບັນດາ​ປະ​ເທດ​ສະມາ ຊິກອີ​ຢູ. ນອກ​ນີ້​ ຍັງ​ເປັນ​ການ​ເອື້ອ​ອຳນວຍ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ​ສຳ​ມະ​ນາ ​ໄດ້​ຮັບ​ຮູ້​ເຖິງ​ກາລະ​ໂອກາດ​ທີ່​ມາຂອງອີ​ຢູ ທີ່​ມີ​ຢູ​ໃນ​ປັດຈຸບັນ ​ເພື່ອ​ໃຫ້​ກັບ​ໄປ​ກຽມຄວາມ​ພ້ອມ​ກ່ອນ​ການ​ຮັບ​ສະໝັກ​ເອົາ​ທຶນ.

ທ່ານ ມີ​ແຊນ ​ໂກ​ແຟງ ອຸປະ​ທູດສຳນັກງານ​ຜູ້ຕາງໜ້າສະຫະພາບ​ເອີຣົບ ປະຈຳ​ລາວ​ ກ່າວ​ວ່າ: ການ​ສຶກສາມີ​ບົດບາດ​ສຳຄັນ​ເພື່ອ​ການ​ພັດທະນາ​ຂອງ​ທຸກ​ປະ​ເທດ,  ​ ການ​ສົ່ງ​ເສີມ​ໃຫ້​ໂອກາດ ໂດຍ​ຜ່ານ​ການ​ສຶກສາ​ຊັ້ນ​ສູງ​ຂອງອີ​ຢູ ຈະ​ຊ່ວຍ​ຊຸກຍູ້​ໃຫ້​ຄົນ​ລາວ​ມີ​ຄວາມ​ຮັບ​ຮູ້ ​ແລະ ຮັບ​ສະໝັກ​ເອົາ​ທຶນ​ຫລາຍ​ຂຶ້ນ, ທັງ​ຈະ​ໄດ້​ນຳ​ເອົາ​ບຸກຄະລາ​ກອນ​ທີ່​ມີ​ຄຸນ​ນະພາ​ບສູງ​ໃຫ້​ແກ່ສປປ ລາວ ​ເພື່ອ​ປະກອບສ່ວນ​ພັດທະນາ​ປະ​ເທດ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ. ທຶນ​ການ​ສຶກສາ​ຂອງອີ​ຢູ ​ແມ່ນ​ການ​ຊ່ວຍ​ເຫລືອ​ດ້ານ​ການ​ເງິນ​ແກ່​ສະ​ຖາ​ບັນ​ການ​ສຶກສາ​ຕ່າງໆ ​ແລະ ທຶນ​ການ​ສຶກສາ​ສຳລັບ​ບຸກຄົນ, ​ແຜນ​ງານ​ນີ້​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ຊັ້ນ​ສູງ ​ໂດຍ​ຜ່ານ​ການ​ຮ່ວມ​ມື​ດ້ານ​ວິຊາ​ການ ​ແລະ ການ​ແລກ ປ່ຽນ ລະຫວ່າງ ອີ​ຢູ ກັບ​ບັນດາ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ ລວມທັງ ສປປ ລາວ.

ໃນ​ເດືອນ​ຜ່ານ​ມາ ອີ​ຢູ ​ໄດ້​ຈັດ​ພິທີ​ສົ່ງ​ນັກ​ສຶກສາລາ​ວ ຈຳນວນ 13 ທ່ານ ​ເພື່ອ​ໄປ​ສຶກສາ​ຕໍ່​ທີ່​ປະ​ເທດ​ເອີຣົບ ພາຍຫລັງ​ທີອີ​ຢູ ​ໄດ້​ປະກາດ​ໃຫ້​ທຶນ​ຈຳນວນ 55 ທຶນ ​ແກ່​ລາວ ສຳລັບ​ປີ 2014 ພາຍ​ໃຕ້​ຂອບ​ 6 ​ໂຄງການ​ຮ່ວມ​ມື ທີ່​ພວມ​ດຳ​ເນີນ​ຢູ່​ໃນ​ປັດຈຸບັນ ​ແລະ ການ​ຄັດ​ເລືອກ​ຈະ​ສືບ​ຕໍ່​ດຳ​ເນີນ​ໄປ​ ໃຫ້​ບັນລຸ​ຕາມ​ຕົວ​ເລກ​ເປົ້າ​ໝາຍ. ອີ​ຢູ ຍັງ​ຈະ​ໄດ້​ສະໜອງ​ທຶນ​ແລ​ກປ່ຽນ​ສຳລັບ​ປີ 2015 ອີກ 34 ທຶນ ​ໃນ​ນັ້ນ, 25 ທຶນ ສຳລັບ​ນັກ​ສຶກສາ ຄູ-ອາຈານ ຫລື ພະນັກງານ​ລາວ ​ໄປ​ຮຽນ​ຕໍ່​ຢູ່​ເອີຣົບ ​ແລະ 9 ທຶນ ສຳລັບນັກ​ສຶກສາຄູ-ອາຈານ ຫລື ພະນັກງານ​ຈາກ​ເອີຣົບ ມາ​ຮຽນ​ຢູ່ ລາວ ​ເຊິ່ງທຶນ​ດັ່ງກ່າວ​ຈະ​ໄດ້​ປະກາດ​ເພີ່ມ​ເຕີມ​ໃນ​ທ້າຍ​ເດືອນ​ກັນຍາ​ປີໜ້າ ພາຍຫລັງ​ການ​ປະ​ເມີນ​ຜົນ ​ແລະ ບົດ​ສະ​ເໜີ​ໂຄງການ​ຮອບ​ສອງ​ສຳ​ເລັດ.

ຕະຫລອດ​ໄລຍະ 10 ປີຜ່ານມາ ອີຢູ ​ໄດ້​ສະໜອງ​ທຶນ​ການ​ສຶກສາຫລາຍ​ກວ່າ 200 ທຶນ ​ໃຫ້​ແກ່​ນັກ​ສຶກສາລາ​ວ ​ເພື່ອ​ໄປ​ສຶກສາ​ຕໍ່​ຢູ່​ເອີຣົບ ​ໃນ​ລະດັບ​ຕ່າງໆ​ເຊັ່ນ: ການ​ຝຶກ​ອົບຮົມ​ວິຊາ​ສະ​ເພາະ ປະລິນຍາ​ຕີ, ​ປະລິນຍາໂທ ​ແລະ ​ປະລິນຍາເອກ ​ໃນ​ປະ​ເທດ​ຕ່າງ​ທີ່​ເປັນສະມາຊິກ​ຂອງ ອີ​ຢູ່.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...