spot_img
Homeຂ່າວພາຍ​ໃນງານມະຫະກຳ ສີມືຫັດຖະກຳລາວ ຄັ້ງທີ 14 ໄຂຂຶ້ນຢ່າງເປັນທາງການ ທີ່ສູນການຄ້າລາວ-ໄອເຕັກ

ງານມະຫະກຳ ສີມືຫັດຖະກຳລາວ ຄັ້ງທີ 14 ໄຂຂຶ້ນຢ່າງເປັນທາງການ ທີ່ສູນການຄ້າລາວ-ໄອເຕັກ

Published on

c3d153f758db35560bace42e57eeaed2

ສະພາ​ການ​ຄ້າ ແລະ ອຸດ​ສາຫະ​ກຳ​ແຫ່ງ​ຊາດ​ລາວ ຮ່ວມ​ກັບສະມາຄົມ​ຫັດຖະກຳ​ລາວ ​ໄດ້​ຈັດງານ​ມະ​ຫະ​ກຳ​ສີມື​ຫັດຖະກຳລາວ ​ຄັ້ງ​ທີ 14 ປະຈຳ​ປີ 2015 ຂຶ້ນລະຫວ່າງ​ວັນ​ທີ 30 ຕຸລາ ຫາ 3 ພະຈິກ 2015 ທີ່​ສູນ​ການ​ຄ້າລາວ-ໄອ​ເຕັກ ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ສີ​ສະຫວາດ ທິ​ຣະ​ວົງ ປະທານ​ສະພາ​ການ​ຄ້າ ແລະ ອຸດສາຫະກຳ​ແຫ່ງ​ຊາດລາວ ທ່ານ ຫານ​ຊະນະ ສີ​ສານ ປະທານ​ສະມາຄົມ​ຫັດຖະກຳລາວ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງທ່ານ ບຸນ​ມີ ມະນີ​ວົງ ລັດ​ຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດ​ສາ​ຫະກຳ ແລະ ການ​ຄ້າ ທ່ານ ອາ​ນຸພາບ ຕຸ​ນາ​ລົມ ຮອງ​ເຈົ້າ​ຄອງ​ນະຄອນ​ຫຼວງ ພ້ອມ​ດ້ວຍລັດ​ຖະ​ມົນຕີ ຫົວໜ້າ​ກົມ ຮອງ​ກົມ ທູຕາ​ນຸທູດ ແລະ ຂະແໜງການ​ກ່ຽວຂ້ອງ.

ທ່ານ​ປະທານ​ສະມາຄົມ​ຫັດຖະ​ກຳ​ລາວ ກ່າວ​ວ່າ: ການ​ຈັດງານ​ໃນ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ຮັບຕ້ອນ 2 ວັນ​ປະຫວັດສາດ ກໍ່​ຄືການ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 60 ປີ ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 40 ປີ ທັງເປັນ​ການ​ສ້າງ​ໂອກາດ​ໃຫ້​ຊາວຊ່າງ​ຫັດຖະກຳ​ໃນ​ທົ່ວ​ປະເທດ ​ໄດ້ພົບ​ປະ​ແລກປ່ຽນ​ບົດຮຽນ ພ້ອມທັງ​ນຳ​ເອົາ​ຜະລິດ​ຕະ​ພັນ​ຂອງ​ຕົນມາ​ວາງສະແດງ ຂາຍ ເພື່ອ​ເຮັດການ​ຕະຫຼາດ​ຄື​ການ​ຊອກ​ຫາ​ຄູ່ຄ້າ ຫຼື ຜູ້​ຮ່ວມ​ທຶນຮ່ວມ​ທຸລະ​ກິດ.

ໃນ​ງານ​ມະ​ຫະ​ກຳ​ສີມື​ຫັດຖະກຳ​ລາວຄັ້ງ​ນີ້ ​ໄດ້​ກຳນົດ​ເອົາ​ຫົວຂໍ້​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ເປັນ​ຫົວຂໍ້​ງານເຄື່ອງ​ຫັດຖະກຳ​ທີ່ນຳ​ມາ​ສະແດງ ມີ​ຈຳນວນ 2 ຮ້ອຍ​ກວ່າ​ຮ້ານ ແລະ ຍັງ​ໄດ້​ເຊື້ອເຊີນ​ເອົາ​ບັນດາ​ປະເທດ​ອາ​ຊຽນ ແລະ ຄູ່​ຮ່ວມ​ສັນຍາ​ເຂົ້າ​ຮ່ວມວາງສະແດງ ເປັນຕົ້ນ​ແມ່ນ ປະເທດ​ກຳປູເຈຍ ມຽນ​ມາ ໄທ ຫວຽດນາມ ແລະ ​ສປ ຈີນ ນອກຈາກ​ນີ້ ຍັງ​ໄດ້​ຈັດ​ກິດຈະກຳຮ່ວມ​ກັບ​ອາ​ຊຽນ ເຊັ່ນ: ການເດີນ​ແບບ​ຊຸດ​ນຸ່ງ​ຫົ່ມ​ປະຈຳ​ຊາດຂອງ​ບັນດາ​ປະເທດ​ອາ​ຊຽນ ການສຳ​ມະ​ນາ​ກ່ຽວ​ກັບ​ອາ​ຊຽນ ໂດຍບັນຍາຍ​ຈາກ​ກົມ​ນະໂຍບາຍ ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ສະພາ​ອຸດສາຫະກຳ ແລະ ການຄ້າ​ແຫ່ງ​ຊາດ​ລາວ.

ພາຍ​ໃນ​ງານ​ດັ່ງກ່າວ ​ຍັງ​ມີກິດຈະກຳ​ສຳ​ມະ​ນາ​ໃຫ້​ຄວາມ​ຮູ້ແກ່​ຊາວ​ຊ່າງ​ຫັດຖະກຳ​ລາວ ງານ​ສາທິດ​ຜະລິດ​ຕະ​ພັນ​ເຄື່ອງຫັດຖະກຳ ງານ​ແຂ່ງຂັນ​ຜະລິດຕະ​ພັນ​ດີເດັ່ນ ທັງ​ນີ້ກໍ່​ເພື່ອ​ສົ່ງເສີມ​ຫັດຖະກຳ​ລາວ​ໃຫ້​ມີ​ຫຼາຍຮູບ​ແບບ ທັງ​ປະລິມານ ແລະ ຄຸນະພາບ ພ້ອມ​ນີ້​ສະມາຄົມ​ຫັດຖະ​ກຳ​ລາວ ຍັງ​ຮ່ວມ​ກັບ​ອົງການ JETRO ປະເທດ​ຍີ່ປຸ່ນ ຈັດ​ກິດຈະ​ກຳ​ການ​ແຂ່ງຂັນ​ເຄື່ອງ​ທີ່​ລະນຶກ​ທີ່​ເປັນ​ເຄື່ອງ​ຫັດຖະກຳ​ລາວ ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມສຸດ​ຍອດ​ອາ​ຊຽນທີ່ ​ສປປ ລາວ ເປັນ​ເຈົ້າພາບ​ໃນ​ປີ 2016 ແລະ ຍັງ​ມີ​ການວາງສະແດງ​ຮູບ​ພາບຜ້າໄໝ​ ທີ່​ເປັນ​ເອກະລັກ​ຂອງ​ແຕ່ລະ​ປະເທດ​ອີກ​ດ້ວຍ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)

ສິງກະໂປມອບເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມຢູ່ລາວ

ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກລັດຖະບານສິງກະໂປ ແລະ ອົງການກາແດງ ສິງກະໂປ ມອບໃຫ້ແກ່ ສປປ ລາວ ຈັດຂຶ້ນໃນວັນທີ 19 ກັນຍາ 2024 ຢູ່ສະໜາມບິນສາກົນວັດໄຕ...