Homeຂ່າວພາຍ​ໃນເປີດສັນຍາລັກເຄື່ອງດົນຕີອາຊຽນ ແລະ ປູກຕົ້ນໄມ້ທີ່ສວນປະຕູໄຊພາກຂະຫຍາຍ

ເປີດສັນຍາລັກເຄື່ອງດົນຕີອາຊຽນ ແລະ ປູກຕົ້ນໄມ້ທີ່ສວນປະຕູໄຊພາກຂະຫຍາຍ

Published on

ຄະນະຜູ້ແທນເຈົ້າຄອງນະຄອນຫຼວງອາຊຽນ ໄດ້ເຂົ້າຮ່ວມພິທີເປີດສັນຍາລັກເຄື່ອງດົນຕີອາຊຽນ ແລະ ປູກຕົ້ນໄມ້ທີ່ ສວນປະຕູໄຊພາກຂະຫຍາຍ ໃນວັນທີ 19 ກັນຍາ 2024, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ, ພັນລະຍາ ທ່ານປະທານປະເທດ ແຫ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາທ່ານເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຂອງປະເທດສະມາຊິກອາຊຽນ.

May be an image of 13 people and text

ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ເພື່ອສະແດງຄວາມຂໍ່ານັບຊົມເຊີຍຜົນສໍາເລັດຂອງກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ, ກອງປະຊຸມເວທີ ເຈົ້ານະຄອນອາຊຽນ ແລະ ກອງປະຊຸມເຄື່ອຂ່າຍບັນດານະຄອນອາຊີຕາເວັນອອກສຽງໃຕ້ ແລະ ເພື່ອສ້າງສະພາບແວດລ້ອມທີ່ດີ, ເພີ່ມເຂດສີຂຽວໃຫ້ສວນປະຕູໄຊພາກຂະຫຍາຍ ທີ່ຕັ້ງຢູ່ໃຈກາງຕົວເມືອງນະຄອນຫຼວງວຽງຈັນໃຫ້ສວຍສົດງົດງາມ, ທັງເປັນການສືບຕໍ່ປະຕິບັດວຽກງານການປູກຕົ້ນໄມ້ຕາມຂີດໝາຍຂອງປະເທດສະມາຊິກອາຊຽນ ໃນການປະຕິບັດບັນດາມາດຕະການ, ເພື່ອຫຼຸດຜ່ອນການປ່ອຍອາຍພິດກາກບອນ ແລະ ເຮັດໃຫ້ຕົວເມືອງສີຂຽວເພີ່ມຂຶ້ນ.

May be an image of 3 people and dais

ສວນປະຕູໄຊພາກຂະຫຍາຍ ໄດ້ເປັນຕົວແທນ ແລະ ຊຸກຍູ້ສົ່ງເສີມການຮ່ວມມື ໃນກອບນະຄອນຫຼວງອາຊຽນ ຊຶ່ງໃນເວທີການສົນທະນາໃນກອງປະຊຸມບັນດາເຈົ້າຄອງ ນະຄອນຫຼວງອາ ຊຽນໃນຄັ້ງນີ້ໄດ້ປິ່ນອ້ອມຄໍາຂວັນ “ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ” ໂດຍຜ່ານການປຶກ ສາຫາລືກ່ຽວກັບ 5 ຫົວຂໍ້ຕົ້ນຕໍ ຄື: ການທ່ອງທ່ຽວສີຂຽວ, ການພັດ ທະນາເສດຖະກິດແບບຍືນຍົງ, ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ, ຕົວເມືອງທີ່ມີຄວາມຍືນຍົງດ້ານສິ່ງແວດລ້ອມ ແລະ ຄວາມເຂັ້ມແຂງທົນທານຕໍ່ການປ່ຽນແປງດິນຟ້າອາກາດ.

May be an image of 3 people and text

ພິເສດໃນຂອບເຂດສວນປະຕູໄຊ ໄດ້ມີຕົ້ນໄມ້ນ້ອຍ ແລະ ໃຫຍ່ຫຼາຍຊະນິດ ທີ່ເປັນໄມ້ພື້ນເມືອງຂອງ ສປປ ລາວ. ນອກຈາກຕົ້ນໄມ້ແລ້ວໃນ ສວນຍັງມີການສ້າງປະຕິມະກຳ ສັນຍາລັກເຄື່ອງດົນຕຣີປະຈຳຊາດ ຂອງບັນດານະຄອນຫຼວງອາຊຽນ, ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນເສີມຂະຫຍາຍການຮ່ວມມື ຕາມນະໂຍບາຍຂອງນະຄອນຫຼວງອາຊຽນ ກໍຄື ນະໂຍບາຍຂອງບັນດາປະເທດອາຊຽນ ຕີມໍເລດສະເຕຢ່າງຕັ້ງໜ້າເພື່ອຊຸກຍູ້, ສົ່ງເສີມການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງບັນດານະຄອນຫຼວງອາຊຽນທີ່ມີຈຸດພິເສດດີເດັ່ນແຕກຕ່າງກັນໃຫ້ນັບມື້ແຕກດອກອອກຜົນສວຍສົດງົດງາມຍິ່ງໆຂຶ້ນດັ່ງດອກໄມ້ທີ່ເບັ່ງບານໃນສວນແຫ່ງນີ້.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...