spot_img
Homeຂ່າວຕ່າງປະເທດຜູ້ຊ່ຽວຊານຊີ້ ການບຸກໂຈມຕີອີຣັກຂອງສະຫະລັດຯ ແມ່ນອາຊະຍາກຳ ຄັ້ງຮຸນແຮງທີ່ສຸດໃນສະຕະວັດ!

ຜູ້ຊ່ຽວຊານຊີ້ ການບຸກໂຈມຕີອີຣັກຂອງສະຫະລັດຯ ແມ່ນອາຊະຍາກຳ ຄັ້ງຮຸນແຮງທີ່ສຸດໃນສະຕະວັດ!

Published on

558000012398401

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ຕຸລານີ້ວ່າ ທ່ານ ສາສະດາຈານ ໂນມ ຊອມສະກີ ອາຍຸ 86 ປີ ຜູ້ຊ່ຽວຊານດ້ານການເມືອງລະຫວ່າງປະເທດ ແຫ່ງ ສະຖາບັນເຕັກໂລໂລຊີແມສຊາຊູເຊັດ ສະຫະລັດອາເມຣິກາ ໄດ້ອອກໃຫ້ສຳພາດ ຜ່ານສະຖານີໂທລະພາບດາວທຽມ ເດເລຊູ ຂອງເວເນຊູເອລາວ່າ ການຕັດສິນໃຈ ເປີດສາກບຸກໂຈມຕີອີຣັກ ຂອງລັດຖະບານສະຫະລັດອາເມຣິກາ ພາຍໃຕ້ການນຳຂອງ ປະທານາທິບໍດີ ຈ໊ອດ ດັບເບິນຢູ ບຸດ ດ້ວຍຂໍ້ກ່າວຫາທີ່ເລື່ອນລອຍວ່າ ລັດຖະບານອີຣັກ ຄອບຄອງອາວຸດຮ້າຍແຮງ ແລະ ກ່ຽວຂ້ອງກັບລັດທິກໍ່ການຮ້າຍ ເມື່ອປີ 2003 ນັ້ນ ແມ່ນຖືເປັນການກໍ່ອາຊະຍາກຳຄັ້ງຮຸນແຮງທີ່ສຸດ ໃນສະຕະວັດປັດຈຸບັນ.

ທ່ານ ຊອມສະກີ ເວົ້າວ່າ ເຖິງແມ່ນສະຫະລັດອາເມຣິກາ ຈະເປັນຊາດມະຫາອຳນາດໝາຍເລກໜຶ່ງຂອງໂລກ ທັງທາງດ້ານການເມືອງ ແລະ ການທະຫານກໍຕາມ ແຕ່ສະຫະລັດຯ ກໍບໍ່ມີສິດ ແລະ ບໍ່ມີຄວາມຊອບທຳໃດໆທັງໝົດ ທີ່ຈະສົ່ງກຳລັງເຂົ້າໄປຮຸກຮານປະເທດອື່ນ ດ້ວຍເຫດຜົນພຽງເພາະວ່າ ສະຫະລັດຯ ບໍ່ມັກຂີ້ໜ້າຜູ້ນຳ ຫລື ລະບອບການປົກຄອງຂອງປະເທດນັ້ນ.

” ເຮົາບໍ່ມີສິດໃດໆ ທີ່ຈະເປີດສາກຮຸກຮານປະເທດອື່ນ ພຽງເພາະຜູ້ນຳຂອງເຮົາ ຮູ້ສຶກບໍ່ດີກັບຜູ້ນຳປະເທດນັ້ນ ຫລື ບໍ່ພໍໃຈຕໍ່ລະບອບການປົກຄອງ ຂອງປະເທດນັ້ນ ແລະ ຕໍ່ໃຫ້ຕັ້ງຂໍ້ກ່າວຫາຈອມປອມທັງມົດ ທີ່ເຮົາໄດ້ຍັດໃຫ້ອີຣັກຈະກາຍເປັນເລື່ອງແທ້ຈິງກໍຕາມ ການບຸກອີຣັກໃນຄັ້ງນັ້ນ ກໍຍັງເປັນການກໍ່ອາຊະຍາກຳຢູ່ດີ “ ທ່ານ ຊອມສະກີ ກ່າວ.

ທັງນີ້ ສະຫະລັດອາເມຣິກາ ແລະ ອັງກິດ ໄດ້ຕັດສິນໃຈສົ່ງກຳລັງທະຫານ ບຸກໂຈມຕີປະເທດອີຣັກ ໃນເດືອນມີນາ 2003 ໂດຍສ້າງຫລັກຖານຈອມປອມ ເພື່ອຕົ້ວະປະຊາຄົມໂລກວ່າ ລັດຖະບານອີຣັກເວລານັ້ນ ຊຶ່ງຢູ່ພາຍໃຕ້ການນຳຂອງ ປະທານາທິບໍດີ ຊັດດຳ ຮຸສແຊນ ໄດ້ຄອບຄອງອາວຸດເຄມີ, ອາວຸດຊີວະພາບ ແລະ ອາວຸດຮ້າຍແຮງຕ່າງໆ ຊຶ່ງນັບຕັ້ງແຕ່ເວລານັ້ນ ຈົນເຖິງປັດຈຸບັນນີ້ ກໍຍັງບໍ່ທັນພົບເຫັນອາວຸດດັ່ງກ່າວ ໃນແຜ່ນດິນອີຣັກ ແມ່ນແຕ່ຢ່າງດຽວເລີຍ.

ໝາກຜົນຂອງສົງຄາມໃນອີຣັກ ທີ່ສະຫະລັດອາເມຣິກາໄດ້ກໍ່ຂຶ້ນນັ້ນ ໄດ້ສົ່ງຜົນເຮັດໃຫ້ປະຊາຊົນຊາວອີຣັກ ຕະຫລອດຮອດທະຫານອີຣັກ ເສຍຊີວິດໄປແລ້ວ ຫລາຍກ່ວາ 1 ລ້ານຄົນ, ໃນຂະນະດຽວກັນ ປະຊາຊົນຊາວອາເມຣິກາ ກໍມີພາລະເສຍພາສີໃຫ້ລັດ ສູງເຖິງ 1.7 ລ້ານໂດລາ ແລະ ຍັງບໍ່ລວມງົບປະມານ ທີ່ກອງທັບສະຫະລັດ ໃຊ້ໃນການເບິ່ງແຍງປິ່ນປົວ ທະຫານອາເມຣິກາ ທີ່ໄດ້ຮັບບາດເຈັບ ແລະ ພິການ ຈາກສົງຄາມໃນອີຣັກອີກ ປະມານ 490 ຕື້ໂດລາ.

ບົດຄວາມຫຼ້າສຸດ

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ,...

ອັບເດດຍອດຜູ້ເສຍຊີວິດ-ບາດເຈັບ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີທີ່ປະເທດມຽນມາ

ອັບເດດສະຖານະການແຜ່ນດິນໄຫວຮຸນແຮງທີ່ປະເທດຫວຽດນາມຫຼ້າສຸດ ຍອດຜູ້ເສຍຊີວິດພຸ່ງຂຶ້ນເປັນ 1,700 ຄົນ. ສຳນັກຂ່າວ thaipbs ລາຍງານໃຫ້ຮູ້ວ່າ: ໃນວັນທີ 31 ມີນາ 2025 ເຈົ້າໜ້າທີ່ກູ້ໄພຍັງສືບຕໍ່ຄົ້ນຫາຜູ້ລອດຊີວິດທີ່ອາດຕິດຢູ່ໃຕ້ຊາກອາຄານພັງຖະຫຼົ່ມ ຫຼັງເກີດແຜ່ນດິນໄຫວຄວາມແຮງ 7.7 ຣິກເຕີ,...