spot_img
Homeຂ່າວພາຍ​ໃນຈະອອກຫວຍພັດທະນາ 3 ຄັ້ງຕໍ່ອາທິດ! ພ້ອມຖ່າຍທອດສົດຊ່ອງ ປກສ ເລີ່ມເດືອນພະຈິກນີ້!

ຈະອອກຫວຍພັດທະນາ 3 ຄັ້ງຕໍ່ອາທິດ! ພ້ອມຖ່າຍທອດສົດຊ່ອງ ປກສ ເລີ່ມເດືອນພະຈິກນີ້!

Published on

logo_about

ທ່ານ ຄຳ​ເພັງ ທິນນະກອນ ຜູ້ອຳນວຍການ​ບໍລິສັດ ລັດ​ວິ​ສາຫະ​ກິດ​ຫວຍ​ພັດທະນາ ໄດ້​ໃຫ້​ສຳພາດ​ວ່າ: ໂດຍ​ປະຕິບັດ​ຕາມ​ການເຫັນ​ດີ​ຂອງ​ຂັ້ນ​ເທິງ ກໍ່​ຄືກອງ​ປະຊຸມ​ສາມັນ​ສະພາ​ບໍລິຫານ​ຂອງ​ບໍລິ​ສັດ ລັດ​ວິ​ສາ​ຫະ​ກິດຫວຍ​ພັດທະ​ນາ ທີ່​ຈັດ​ຂຶ້ນ​ວັນ​ທີ 20 ຕຸລາ 2015 ຜ່ານ​ມາ​ນີ້ ໂດຍ​ເປັນ​ປະທານ​ຂອງ​ທ່ານ ບຸນ​ຊຸມ ສີສະຫວັດ ຜູ້​ຊ່ວຍ​ຄະນະ​ນຳ​ກະຊວງການ​ເງິນ ປະທານ​ສະພາ​ບໍ​ລິຫານ ເຊິ່ງ​ກອງ​ປະຊຸມ​ຄັ້ງ​ນີ້​ ຄະນະສະພາ​ບໍລິຫານ​ໄດ້​ຄົ້ນຄວ້າ​ປຶກສາຫາລື ແລະ ເຫັນ​ດີ​ເປັນ​ເອກະພາບ​ຮັບຮອງ​ເອົາ​ຫຼາຍ​ບັນຫາສຳຄັນ ​ກ່ຽວ​ກັບ​ທຸລະ​ກິດ​ຫວຍ​ພັດທະ​ນາ ໂດຍ​ສະເພາະ ໄດ້​ພິ​ຈາລະນາ ແລະ ຮັບຮອງ​ເອົາ​ແຜນການດຳເນີນ​ທຸລະ​ກິດ ​ປະຈຳ​ປີ 2016 ແລະ ບາງ​ວຽກ​ງານ​ອັນ​ຈຳເປັນຮີບ​ດ່ວນຈຳນວນ​ໜຶ່ງ ເປັນຕົ້ນ ໄດ້ປັບປຸງ​ການ​ບໍລິການ​ອອກ​ເລກລາງວັນ​ຫວຍ​ພັດທະນາ ​ທີ່​ເປັນ​ທຸລະ​ກິດ​ຂອງ​ລັດ ຈາກ 2 ຄັ້ງ​ຕໍ່​ອາທິດ​ ມາ​ເປັນ 3 ຄັ້ງ​ຕໍ່​ອາທິດ ເຊິ່ງຈະ​ເລີ່ມ​ຈັດ​ຕັ້ງ​ປະຕິບັດ​ນັບ​ແຕ່ເດືອນ​ພະຈິກ​ເປັນຕົ້ນ​ໄປ.

ສຳລັບ​ທິດ​ທາງ​ແຜນການ​ປະຈຳ​ງວດ IV (3 ເດືອນ​ທ້າຍ​ປີ 2015) ຂັ້ນ​ເທິງ ກໍ່​ຄືກະຊວງການ​ເງິນ ​ໄດ້​ຕົກລົງ​ເຫັນ​ດີ​ໃຫ້​ບໍລິ​ສັດ ລັດ​ວິ​ສາ​ຫະ​ກິດຫວຍ​ພັດທະ​ນາ ພິມ-ຈຳໜ່າຍ​ຫວຍ​ພັດທະ​ນາ ແລະ ຫວຍ​ກອງ​ທຶນຊ່ວຍເຫຼືອ​ສັງຄົມ​ ດ້ວຍ​ຮູບ​ການຈຳໜ່າຍ​ນຳ​ໃຊ້​ລະບົບ​ເອ​ເລັກໂຕຣ​ນິກ​ແບບ​ທັນ​ສະໄໝ ໂດຍໄດ້​ມີ​ການ​ປັບປຸງ​ມື້​ອອກ​ເລກ​ລາງວັນ ສະເລ່ຍ 8 ຄັ້ງ​ຕໍ່​ເດືອນ ມາເປັນ 12 ຄັ້ງ​ຕໍ່​ເດືອນ ໂດຍ​ກຳນົດມື້​ອອກ​ເລກ​ລາງວັນ​ດັ່ງນີ້: ທຸກໆວັນ​ຈັນ ແລະ ວັນ​ສຸກ ແມ່ນ​ອອກເລກ​ຫວຍ​ພັດທະນາ​ປົກກະຕິ ໂດຍ​ສະເລ່ຍ 8 ຄັ້ງ​ຕໍ່​ເດືອນ ແລະ ທຸກໆ​ວັນ​ພຸດ​ເປັນ​ມື້​ອອກ​ຫວຍກອງ​ທຶນ​ຊ່ວຍເຫຼືອ​ສັງຄົມ ຫຼື ເພື່ອຮັບ​ໃຊ້​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ ໂດຍ​ສະເລ່ຍ 4 ຄັ້ງ​ຕໍ່​ເດືອນ.

ທ່ານ ຄຳ​ເພັງ ທິນນະກອນ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ນອກຈາກ​ບັນຫາ​ສຳຄັນ​ນີ້​ແລ້ວ ກອງ​ປະຊຸມ​ຍັງໄດ້​ຕົກລົງ​ເຫັນ​ດີ ​ກ່ຽວ​ກັບ​ການຖ່າຍ​ທອດ​ສົດ​ອອກ​ອາກາດ​ ທາງໂທລະພາບ​ປ້ອງ​ກັນ​ຄວາມ​ສະຫງົບ ​ໃນ​ການ​ອອກ​ລາງວັນ​ແມ່ນຈະ​ໄດ້​ປະຕິບັດ​ເດືອນ​ໜຶ່ງ​ສອງ​ຄັ້ງ ສ່ວນ​ທີ່​ເຫຼືອ​ນັ້ນ​ແມ່ນ​ຈະ​ມີ​ການຖ່າຍ​ບັນທຶກ​ພາບ​ໄວ້ ແລ້ວ​ມາອອກ​ມື້ຕໍ່ມາ ທາງ​ໂທລະພາບ ​ປກສ ເຊັ່ນ​ດຽວ​ກັນ ທັງ​ນີ້​ກໍ່​ເພື່ອເປັນ​ການ​ຕີ​ຖອຍ​ຫາງ​ສຽງ​ຈົ່ມ​ວ່າ ໄປ​ໃນ​ແນວທາງ​ທີ່​ບໍດີ​ຂອງ​ສັງຄົມ ຕໍ່​ກັບ​ຫວຍ​ພັດທະນາ​ໃນ​ໄລຍະຜ່ານ​ມາ​ນັ້ນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...