Homeຂ່າວຕ່າງປະເທດຈັບກຸມໜຸ່ມໄທ 2 ຄົນ ທີ່ເຊື່ອງຢາເສບຕິດໄວ້ທີ່ລົດກະບະປ້າຍລາວ ກຽມຂ້າມໄປຝັ່ງໄທ ກ່ອນຈະຖືກຈັບ

ຈັບກຸມໜຸ່ມໄທ 2 ຄົນ ທີ່ເຊື່ອງຢາເສບຕິດໄວ້ທີ່ລົດກະບະປ້າຍລາວ ກຽມຂ້າມໄປຝັ່ງໄທ ກ່ອນຈະຖືກຈັບ

Published on

ຈັບກຸມໜຸ່ມໄທ 2 ຄົນ ທີ່ເຊື່ອງຢາເສບຕິດໄວ້ທີ່ລົດກະບະປ້າຍລາວ ພວມນຳຂ້າມໄປໄທທີ່ດ່ານໜອງຄາຍ! ມີຢາໄອ 120 ກິໂລກຣາມ, ມູນຄ່າ 36ລ້ານບາດ (ເກືອບ 23 ຕື້ກີບ) ເພື່ອຂ້າມໄປຝັ່ງໄທ.

ໃນວັນທີ 24 ມີນາ 2025 ເວລາປະມານ 21:00 ໂມງ ທີ່ຜ່ານມາ, ທີ່ດ່ານຂົວມິດຕະພາບໄທ-ລາວ ຈັງຫວັດໜອງຄາຍ, ທາງເຈົ້າໜ້າທີ່ໄທຫຼາຍໜ່ວຍງານ ໄດ້ຮ່ວມກັນຈັບກຸມ ທ້າວ ສົມໄຊ ມະໂນຮັກ ອາຍຸ 44 ປີ ສັນຊາດໄທ ແລະ ທ້າວ ນັດໄຊ ເຊື້ອສວນ ອາຍຸ 43 ປີ ສັນຊາດໄທ ພ້ອມຂອງກາງ ຢາໄອ ນ້ຳໜັກທັງໝົດ 120 ກິໂລກຣາມ ເຊື່ອງຢູ່ໃນລົດກະບະສີຂາວ 4 ປະຕູ ປ້າຍທະບຽນ ລນ 7333 ນະຄອນຫຼວງວຽງຈັນ.

ຈາກການສອບສວນ ຜູ້ຖືກຫາທັງສອງຮັບສາລະພາບວ່າ: ໄດ້ຮັບການວ່າຈ້າງຈາກຄົນໄທທີ່ຮູ້ຈັກກັນ ໃຫ້ຂັບລົດຈາກນະຄອນຫຼວງວຽງຈັນ ຂ້າມຂົວມິດຕະພາບເພື່ອໄປຝັ່ງໄທ ແລະ ໃຫ້ເອົາລົດໄປຈອດໄວ້ທີ່ໂຮງແຮມແຫ່ງໜຶ່ງໃນຈັງຫວັດໜອງຄາຍ ໂດຍໄດ້ຮັບຄ່າຈ້າງຄົນລະ 10,000 ບາດ, ແລະ ຍອມຮັບວ່າ ເຄີຍເຮັດມາແລ້ວ 2 ເທື່ອ.
ປັດຈຸບັນ, ທາງເຈົ້າໜ້າທີ່ໄດ້ຄຸມຕົວທັງ 2 ຄົນ ພ້ອມຂອງກາງສົ່ງຕໍ່ໃຫ້ ສພ.ໜອງຄາຍ ເພື່ອດຳເນີນຄະດີຕາມກົດໝາຍ.

ແຫຼ່ງຂ່າວ: CH5

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...