spot_img
Homeຂ່າວເຫດການກະຊວງການຕ່າງປະເທດ ມອບ-ຮັບ ຕຳແໜ່ງຜູ້ບໍລິຫານລະດັບສູງ

ກະຊວງການຕ່າງປະເທດ ມອບ-ຮັບ ຕຳແໜ່ງຜູ້ບໍລິຫານລະດັບສູງ

Published on

salermsay

ຂປລ. ​ໃນວັນທີ 20 ຕຸລາ 2015 ນີ້ ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທິມອບ-ຮັບ ຕໍາແໜ່ງຜູ້ບໍລິຫານ ລະດັບສູງຫລາຍຕໍາແໜ່ ລະຫວ່າງ ທ່ານ ນາງ ພາວັນ ນວນທະສິງ ຫົວໜ້າກົມອົງການຈັດຕັ້ງສາກົນຜູ້ເກົ່າແລະ ທ່ານ ຄໍາອິນ ຄິດຈະເດດ ຫົວໜ້າກົມອົງການຈັດຕັ້ງສາກົນຜູ້ໃໝ່ ​​ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫລີໄຊ ກົມມະສິດເລຂາຄະນະບໍລິຫານງານພັກ, ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ, ມີບັນດາຫົວໜ້າກົມ, ຮອງກົມແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

ກ່ອນໜ້ານີ້ກໍໄດ້ມີການແຕ່ງຕັ້ງ ທ່າແສງ ສຸຂະທິວົງເປັນຫົວໜ້າກົມພິທີການທູດ ປ່ຽນແທນ ທ່ານ ທອງພັນ ສີອັກຄະພົມ ທີ່ອອກຮັບບໍານານ, ​ແຕ່ງຕັ້ງ ທ່າ ບຸນເຫລືອ ພັນດານຸວົງເປັນຜູ້ຮັກສາການຫົວໜ້າ ຫ້ອງການກະຊວງແລະແຕ່ງຕັ້ງ ທ່າ ຕິ່ງ ສຸກສັນເປັນຜູ້ຮັກສາການຫົວໜ້າ ກົມຈັດຕັ້ງພະນັກງານ.​

ໃນ​ໂອກາດດັ່ງກ່າວ ທ່ານ ສະເຫລີໄຊ ກົມມະສິດໄດ້ໃຫ້ກຽດໂອ້ລົມແລະໃຫ້ທິດຊີ້ນໍາແກ່ບັນດາ ຜູ້ທີ່ໄດ້ຖືກແຕ່ງຕັ້ງໃນຄັ້ງນີ້​ ​ຈົ່ງ​​ເອົາໃຈໃສ່ຊີ້ນໍາໆພາ ດ້ານການເມືອງແນວຄິດ ​​ໃຫ້ເກ່ພະນັກງານ ໃຫ້ມີຫລັກໝັ້ນການເມືອງໜັກແໜ້ນ, ​ເອົາໃຈໃສ່ຊີ້ນໍາໆພາ ວຽກງານວິຊາສະເພາະ, ວຽກງານຄົ້ນຄ້ວາ ໃນການເປັນເສນາທິການ ໃຫ້ຂັ້ນເທິງໃນການຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງ ພັກລັດ ກໍຄື ການຈັດຕັ້ງປະຕິບັດ ມະຕິຂອງກອງປະຊຸມ ວຽກງານການຕ່າງປະເທດ ຄັ້ງທີ 12 ​ແລະ ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ກະຊວງການຕ່າງປະເທດ ໃຫ້ປະກົດຜົນເປັນຈິງແນໃສ່ປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາແລະ ສ້າງສາພັດທະນາ ປະເທດຊາດແລະ ການເຊື່ອມໂຍງເຂົ້າໃນພາກພື້ນແລະ ສາກົນຂອງປະເທດເຮົາ ໃນໄລຍະໃໝ່.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ປະກາດລາຍຊື່ 23 ນັກກິລາ ທີມຊາດລາວ U17 ລຸຍການແຂ່ງຂັນຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2025

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ພາຍໃຕ້ການຄຸມທີມຂອງ ທ່ານ ກັນລະຍາ ສີສົມຫວັງ ແມ່ນໄດ້ນຳພານັກກິລາ ຝຶກຊ້ອມ ນັບຕັ້ງແຕ່ ວັນທີ 19 ສິງຫາ...

ອຸດົມໄຊ ຈະສົ່ງນັກກິລາ 6 ປະເພດ ຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ສາລະວັນ

ແຂວງອຸດົມໄຊ ໄດ້ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານກິລານັກ ຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນໄດ້ຮັບກຽດເປັນເຈົ້າພາບ ໂດຍຈະສົ່ງນັກກິລາເຂົ້າຮ່ວມແຂ່ງໃນ 6 ປະເພດກິລາ, ໂດຍວາງຄາດໝາຍໃຫ້ໄດ້ 6 ຫຼຽນຄຳ, 8 ຫຼຽນເງິນ...

ລາວ-ກຳປູເຈຍ ສືບຕໍ່ພົວພັນຮ່ວມມືບົດບາດດ້ານນິຕິບັນຍັດ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ...

ໄທກຳລັງຈົດລິຂະສິດ ເທດສະການສົງການ ຫ້າມປະເທດອື່ນໃຊ້ ຕ້ອງໄດ້ຂໍອະນຸຍາດກ່ອນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ 2024 ຜ່ານມາ, ຄະນະກຳມະການຍຸດທະສາດ ຊອຟພາວເວີ ແຫ່ງຊາດ ເປີດເຜີຍວ່າ: ໄທກຳລັງຈັດສັບສິນທາງປັນຍາ ຫຼື ໄອພີ ຈົດລິຂະສິດ "ເທດສະການສົງການ"...