spot_img
Homeຂ່າວຕ່າງປະເທດນັກວິໄຈເຕືອນ ຄວັນໄຟໄໝ້ປ່າຢູ່ອິນໂດເນເຊຍ ອາດແກ່ຍາວໄປຮອດປີໜ້າ!

ນັກວິໄຈເຕືອນ ຄວັນໄຟໄໝ້ປ່າຢູ່ອິນໂດເນເຊຍ ອາດແກ່ຍາວໄປຮອດປີໜ້າ!

Published on

EyWwB5WU57MYnKOuXodiVsgpaDsg0rcpOhDzoZj4aMgiIfJLSEkts1

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ຕຸລານີ້ວ່າ ທ່ານ ວານ ຈູໄນດີ ຕວນກູ ຈາອາຟາ ລັດຖະມົນຕີວ່າການ ກະຊວງສິ່ງແວດລ້ອມ ແລະ ພະລັງງານທຳມະຊາດ ມາເລເຊຍ ໄດ້ອອກມາເປີດເຜີຍໃນມື້ວານນີ້ (19 ຕຸລາ) ວ່າ ບັນຫາໝອກຄວັນໄຟປ່າໃນອິນໂດເນເຊຍ ອາດເບົາບາງລົງໃນໄລຍະໜ້າຝົນ ກາງເດືອນພະຈິກນີ້ ຫລັງຈາກທີ່ລັດຖະບານມາເລເຊຍ ໄດ້ປະກາດປິດການຮຽນການສອນ ຢູ່ຕາມໂຮງຮຽນຕ່າງໆ ໃນຫລາຍພື້ນທີ່ຂອງມາເລເຊຍ ເພື່ອຫລີກລ່ຽງສະພາບອາກາດທີ່ເປັນມົນລະພິດ.

ດ້ານທ່ານ ເຮີຣີ ປຣຸໂນໂມ ນັກວິທະຍາສາດປະຈຳສູນວິໄຈປ່າໄມ້ສາກົນ ໃນປະເທດອິນໂດເນເຊຍ ໄດ້ອອກມາເຕືອນວ່າ ວິກິດການໝອກຄວັນໄຟປ່າ ທີ່ເກີດຂຶ້ນໃນປີນີ້ ອາດແກ່ຍາວໄປເຖິງເດືອນທັນວາ ຫລື ເດືອນມັງກອນປີໜ້າ ເພາະປະຊາຊົນ ຂະຫຍາຍພື້ນທີ່ປູກປາມນ້ຳມັນເພີ່ມຂຶ້ນ ຢູ່ເຂດເກາະປາປົວ, ເກາະສຸມາດຕຣາຕອນໃຕ້, ເກາະກາລິມັນຕັນຕອນກາງ ແລະ ເກາະສຸລາເວສີ.

 

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...