spot_img
Homeຂ່າວເຫດການກ້ອນກຳລັງ ປກຊ - ປກສ ຊ້ອມໃຫຍ່ສວນສະໜາມ ກຽມສະຫລອງສອງວັນປະຫວັດສາດ!

ກ້ອນກຳລັງ ປກຊ – ປກສ ຊ້ອມໃຫຍ່ສວນສະໜາມ ກຽມສະຫລອງສອງວັນປະຫວັດສາດ!

Published on

ຂປລ. ​ໃນ​ວັນ​ທີ 17 ຕຸລາ 2015 ນີ້ ກະຊວງ​ປ້ອງ​ກັນ​ປະ​ເທດ ຮ່ວມ​ກັບ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້ ຈັດ​ພິທີ​ຝຶກ​ຊ້ອມ​ໃຫຍ່​ເດີນ​ສວນສະໜາມ ຢູ່​ນະຄອນຫລວງ​ວຽງ​ຈັນ ​ເພື່ອ​ກຽມ​ຄວາມ​ພ້ອມ​ໃຫ້​ແກ່​ການສະ​ເຫລີ​ມ ສະຫລອງສອງ​ວັນ​ປະຫວັດສາດ ກໍ​ຄື ວັນສະຖາປານາ ສປປ ລາວ ຄົບຮອບ 40 ປີ ແລະ ສ້າງຕັ້ງພັກປະຊາຊົນ ປະຕິວັດ ລາວ ຄົບຮອບ 60 ປີ ທີ່​ຈະ​ມາ​ເຖິງ​​ນີ້.

ຜູ້ຕາງໜ້າ​ໃຫ້​ຄະນະ​ຮັບຜິດຊອບ​ ກະກຽມ ​ເດີນ​ສວນສະໜາມ​ຂອງ​ປະ​ຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໃຫ້​ຮູ້​ວ່າ: ປັດຈຸບັນ ການ​ຝຶກ​ຊ້ອມ​​ເດີນ​ສວນສະໜາມ​ຂອງ​ກ້ອນ​ກຳລັງ ປກສ, ປກຊ ມີ​ຄວາມ​ຄຶກຄື້ນ ​ແລະ ມີ​ຄວາມ​ພ້ອມ​ໃນ​ຫລາຍດ້ານ ບໍ​່ວ່າ​ຈະ​ເປັນ​ດ້ານ​ບຸກຄະລາ​ກອນ, ອຸປະກອນ ​ແລະ ອື່ນໆ ​ເຊິ່ງກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ ກໍ​ໄດ້​ມີ​ການຈັດ​ຕັ້ງ​ປະຕິບັດ​ ຈັດ​ກິດຈະກຳ​ຝຶກ​ຊ້ອມ​​ເດີນ​ສວນສະໜາມຢ່າງ​ເປັນ​ປົກກະຕິ ​ແລະ ຈະ​ດຳ​ເນີນການ​ຝຶກ​ຊ້ອມ​ໄປ​ຈົນ​ຮອດ​ທ້າຍ​ເດືອນ​ພະຈິກ. ໃນ​ການ​ຝຶກ​ຊ້ອມ ​ດັ່ງກ່າວ ​ແນ​ໃສ່​ເຮັດ​ໃຫ້​ບັນດາກ້ອນ​ກຳລັງ​ຕ່າງໆ ຂອງ ປກສ ​ແລະ ປກຊ ມີ​ຄວາມ​ຄ່ອງ​ໂຕ, ພ້ອມພຽງ​ກັນ ​ແລະ ​ເປັນ​ລະບຽບ​ຮຽບຮ້ອຍ ​ເຊິ່ງມີ​ທັງ​ໝົດ 21 ກ້ອນກຳລັງ. ​ໃນ​ນັ້ນ ກ້ອນ​ກຳລັງ​ຂອງ ປກສ ມີ​ທັງ​ໝົດ 9 ກ້ອນກຳລັງ ​ແລະ ກ້ອນ​ກຳລັງ​ຂອງ​ ປກຊ ມີ 12 ກ້ອນ.

DSC_896818.10.3

DSC_896818.10.4

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ປະກາດລາຍຊື່ 23 ນັກກິລາ ທີມຊາດລາວ U17 ລຸຍການແຂ່ງຂັນຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2025

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ພາຍໃຕ້ການຄຸມທີມຂອງ ທ່ານ ກັນລະຍາ ສີສົມຫວັງ ແມ່ນໄດ້ນຳພານັກກິລາ ຝຶກຊ້ອມ ນັບຕັ້ງແຕ່ ວັນທີ 19 ສິງຫາ...

ອຸດົມໄຊ ຈະສົ່ງນັກກິລາ 6 ປະເພດ ຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ສາລະວັນ

ແຂວງອຸດົມໄຊ ໄດ້ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານກິລານັກ ຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນໄດ້ຮັບກຽດເປັນເຈົ້າພາບ ໂດຍຈະສົ່ງນັກກິລາເຂົ້າຮ່ວມແຂ່ງໃນ 6 ປະເພດກິລາ, ໂດຍວາງຄາດໝາຍໃຫ້ໄດ້ 6 ຫຼຽນຄຳ, 8 ຫຼຽນເງິນ...

ລາວ-ກຳປູເຈຍ ສືບຕໍ່ພົວພັນຮ່ວມມືບົດບາດດ້ານນິຕິບັນຍັດ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ...

ໄທກຳລັງຈົດລິຂະສິດ ເທດສະການສົງການ ຫ້າມປະເທດອື່ນໃຊ້ ຕ້ອງໄດ້ຂໍອະນຸຍາດກ່ອນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ 2024 ຜ່ານມາ, ຄະນະກຳມະການຍຸດທະສາດ ຊອຟພາວເວີ ແຫ່ງຊາດ ເປີດເຜີຍວ່າ: ໄທກຳລັງຈັດສັບສິນທາງປັນຍາ ຫຼື ໄອພີ ຈົດລິຂະສິດ "ເທດສະການສົງການ"...