spot_img
Homeຂ່າວຕ່າງປະເທດມຽນມາລົງນາມຂໍ້ຕົກລົງຢຸດຍິງ ກັບ 8 ກອງກຳລັງຊົນເຜົ່າ ຫລັງສູ້ຮົບກັນດົນເຖິງ 70 ປີ!

ມຽນມາລົງນາມຂໍ້ຕົກລົງຢຸດຍິງ ກັບ 8 ກອງກຳລັງຊົນເຜົ່າ ຫລັງສູ້ຮົບກັນດົນເຖິງ 70 ປີ!

Published on

Myanmar's President Thein Sein government officials, ethnic rebel groups and international witnesses pose for a picture after the signing ceremony of the Nationwide Ceasefire Agreement in Naypyitaw, Myanmar

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15  ຕຸລາຜ່ານມານີ້ວ່າ ລັດຖະບານມຽນມາ ພາຍໃຕ້ການນຳຂອງປະທານາທິບໍດີເທັນເຊັນ ໄດ້ມີພິທີລົງນາມຂໍ້ຕົກລົງຢຸດຍິງ ກັບກຸ່ມຕິດອາວຸດຊົນເຜົາສ່ວນໜ້ອຍ 8 ກຸ່ມ ທີ່ນະຄອນຫລວງເນປິດໍ ຫລັງຈາກທີ່ມີການເປີດເສິກສູ້ຮົບ ກັບກອງທັບລັດຖະບານມາເປັນເວລາ 70 ປີ ແລະ ຜ່ານການເຈລະຈາເພື່ອຢຸດຍິງດັ່ງກ່າວນີ້ດົນເຖິງ 2 ປີ ເພື່ອເປີດທາງໃຫ້ແກ່ການເລືອກຕັ້ງທົ່ວໄປ ຄັ້ງປະຫວັດສາດຂອງມຽນມາ ທີ່ຈະມີຂຶ້ນໃນວັນທີ 8 ພະຈິກນີ້.

ກຸ່ມຕິດອາວຸດ 8 ກຸ່ມທີ່ເຂົ້າຮ່ວມລົງນາມໃນຂໍ້ຕົກລົງຢຸດຍິງດັ່ງກ່າວ ແມ່ນປະກອບດ້ວຍ: ກອງທັບປົດປ່ອຍແຫ່ງຊາດກະຫລ່ຽງ (KNLA), ພັກປົດປ່ອຍອະຣາກັນ, ແນວໂຮມແຫ່ງຊາດຊິນ (CNF), ອົງການປົດປ່ອຍແຫ່ງຊາດປະໂອ, ກອງທັບກະຫລ່ຽງເມດຕາປະຊາທິປະໄຕ, ແນວໂຮມປະຊາທິປະໄຕນັກສຶກສາທົ່ວປະເທດມຽນມາ, ກຸ່ມສະພາຟື້ນຟູແຫ່ງລັດສານ ແລະ ສະຫະພາບແຫ່ງຊາດກະຫລ່ຽງ (KNU).

 

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...