spot_img
Homeຂ່າວພາຍ​ໃນດ່ານພາສີສາກົນນາເພົ້າ ເກັບລາຍຮັບບໍ່ໄດ້ຕາມແຜນ!

ດ່ານພາສີສາກົນນາເພົ້າ ເກັບລາຍຮັບບໍ່ໄດ້ຕາມແຜນ!

Published on

Slide12

ຂປລ. ດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ ແມ່ນດ່ານໜຶ່ງທີ່ມີບົດບາດສຳຄັນ ທາງດ້ານການຄ້າຊາຍແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ເນື່ອງຈາກເສັ້ນທາງ ການເຊື່ອມຕໍ່ ຈາກແຂວງຄຳມ່ວນຫາແຂວງຮາຕິ່ງ ໄປສູ່ທະເລມີໄລຍະທາງໃກ້ສຸດ ຖ້າທຽບໃສ່ບັນດາ ເສັ້ນທາງຜ່ານອື່ນໆ ເຊິ່ງໃນ 1 ປີຜ່ານມາ ມີມູນຄ່າສິນຄ້າ ຜ່ານແດນ 56,63 ຕື້ກວ່າກີບ, ຕາມແຜນການແມ່ນ 120 ຕື້ກີບ.

ທ່ານ ພູເມືອງແກ້ວ ຈັນທະລາ ຫົວໜ້າດ່ານພາສີສາກົນນາເພົ້າ ໄດ້ລາຍງານໃຫ້ຮູ້ວ່າ: ການຈັດເກັບລາຍຮັບບໍ່ໄດ້ຕາມແຜນ ກໍຍ້ອນ 54 ບໍລິສັດທີ່ເຄື່ອນໄຫວ ແມ່ນຖືກຍົກເວັ້ນ, ລວມມູນຄ່າຍົກເວັ້ນພາສີ 95 ຕື້ກວ່າກີບໃນນີ້ ສະເພາະແຮ່ທາດ ແລະ ເກືອກາລີແມ່ນ 80 ຕື້ ກວ່າກີບ, ການນຳເຂົ້ານ້ຳມັນເຊື້ອໄຟ ຫລຸດລົງ 55,77% ທຽບໃສ່ສົກປີ 2013-2014 ແລະ ການນຳເຂົ້າພາຫະນະຫລຸດລົງ 82,55%. ອີກສາເຫດໜຶ່ງແມ່ນ ສະຖານທີ່ ຫລື ຫ້ອງການແມ່ນ ຍັງບໍ່ທັນສຳເລັດ, ຂອດການບໍລິການ ແມ່ນຍັງມີຄວາມຫຍຸ້ງຍາກເຮັດໃຫ້ ມີຄວາມຊັກຊ້າ ຈຶ່ງເປັນອີກທາງເລືອກໜຶ່ງ ຂອງຜູ້ໃຊ້ບໍລິການ.

ຫົວໜ້າດ່ານພາສີສາກົນນາເພົ້າໃຫ້ຮູ້ຕື່ມວ່າ: ສະເພາະການກະກຽມຄວາມພ້ອມ ໃນການເຂົ້າເປັນປະຊາຄົມ ເສດຖະກິດອາຊຽນ ຫລື AEC ແມ່ນໄດ້ຈັດວາງ ພະນັກງານວິຊາການ ໃນແຕ່ລະຈຸງານໃຫ້ຮັດແໜ້ນຂຶ້ນ ຕື່ມທາງລະບຽບກົດໝາຍ, ຄວາມຮູ້ຄວາມສາມາດ ແລະ ຂອດການບໍລິການເພື່ອຮອງຮັບ ທາງດ້ານ ການຈໍລະຈອນສິນຄ້າ ທີ່ເຊື່ອມໂຍງກັບປະເທດອື່ນໆ ໃນອາຊຽນໃຫ້ຫລາຍຂຶ້ນ. ສະເພາະສົກປີ 2015-2016 ແຜນການສູ້ຊົນຈັດເກັບລາຍຮັບມີ 76 ຕື້ກວ່າກີບ ໃນນັ້ນລາຍຮັບຈາກພາສີ 46 ຕື້ກວ່າກີບ ແລະ ລາຍຮັບຈາກອາກອນ ຂາເຂົ້າ 30 ຕື້ກີບ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...