spot_img
Homeຂ່າວພາຍ​ໃນຈະຂະຫຍາຍອາຄານຜູ້ໂດຍສານ ສະໜາມບິນສາກົນວັດໄຕ ຮອງຮັບປະຊາຄົມອາຊຽນ

ຈະຂະຫຍາຍອາຄານຜູ້ໂດຍສານ ສະໜາມບິນສາກົນວັດໄຕ ຮອງຮັບປະຊາຄົມອາຊຽນ

Published on

runway

ພິທີລົງນາມໂຄງການປັບປຸງ ແລະ ຂະຫຍາຍສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໂດຍນໍາໃຊ້ເງິນກູ້ຢືມຈາກລັດຖະບານຍີປຸ່ນມີມູນຄ່າຫລາຍກວ່າ 61 ລ້ານໂດລາສະຫະລັດ ລະຫວ່າງທ່ານ ຢາກົວ ລໍປາງກາວ ຫົວໜ້າກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ໄຮດີໂອ ມັດຊູໂມໂຕ ຜູ້ຕາງໜ້າບໍລິສັດ ຮາຊາມາ ເອນໂດ ຄໍປໍເຣຊັນປະເທດຢີ່ປຸ່ນ, ໄດ້ມີຂຶ້ນເມື່ອບໍ່ດົນນີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ດຣ ບຸນຈັນ ສີນທະວົງ.

ທ່ານຫົວໜ້າກົມການບິນພົນລະເຮືອນໃຫ້ຮູ້ວ່າ: ໂຄງການດັ່ງກ່າວຈະເລີ່ມລົງມືຈັດຕັ້ງປະຕິບັດໃນໄວໆນີ້, ເຊິ່ງປະກອບມີການກໍ່ສ້າງອາຄານຜູ້ໂດຍສານພາຍໃນ ແລະ ຂະຫຍາຍອາຄານຜູ້ໂດຍສານສາກົນ, ຂະຫຍາຍສະຖານ ທີ່ຈອດລົດ, ເສັ້ນທາງເຂົ້າ-ອອກສະໜາມບິນ ແລະ ປັບປຸງສິ່ງອໍານວຍຄວາມສະດວກອື່ນໆໃຫ້ມີມາດຕະຖານ ແລະ ດີຂຶ້ນກວ່າເກົ່າ, ເພື່ອຮອງຮັບຜູ້ໂດຍສານ, ພາຍຫລັງການເຂົ້າເປັນປະຊາຄົມເສດຖະກິດອາຊຽນ, ເຊິ່ງຄາດຄະເນວ່າຈະສໍາເລັດການກໍ່ສ້າງໃນໄລຍະ 32 ເດືອນ.

ຫົວໜ້າກົມດັ່ງກ່າວໃຫ້ຮູ້ວ່າ: ໃນຜ່ານມາໂດຍສັງເກດເຫັນວ່າ ມີຜູ້ໂດຍສານເດີນທາງເຂົ້າ-ອອກຜ່ານສະໜາມບິນສາກົນວັດໄຕເພີ່ມຂຶ້ນເລື້ອຍໆຄື ໃນປີ 2011 ມີປະມານ 6 ແສນຄົນ ແລະ ຮອດປີ 2014 ໄດ້ເພີ່ມຂຶ້ນຫລາຍກວ່າ 1 ລ້ານຄົນ ແລະ ຄາດວ່າຈະເພີ່ມຂຶ້ນເຖິງ 2,8 ຫາ 3 ລ້ານຄົນໃນຫລາຍປີຂ້າງໜ້າ, ພາຍຫລັງມີການເປີດຕະຫລາດການບີນດຽວໃນອາຊຽນໃນທ້າຍປີ 2015 ນີ້. 

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...