spot_img
Homeວົງການສື່ມວນຊົນລາວ - ຈີນ ຮ່ວມມືຜະລິດລະຄອນໂທລະພາບ

ລາວ – ຈີນ ຮ່ວມມືຜະລິດລະຄອນໂທລະພາບ

Published on

lao-china

ພິທີລົງນາມສັນຍາການຮ່ວມມືຜະລິດລະຄອນໂທລະພາບລະຫວ່າງ ທ່ານ ບຸນເຈົ້າ ພິຈິດ ອຳນວຍການໂທລະ ພາບແຫ່ງຊາດລາວ ແລະ ທ່ານ ຢາງຢູໝິງ ອຳນວຍການກຸ່ມບໍລິສັດສື່ສານມວນຊົນວິທະຍຸ-ໂທລະພາບຢູນນານຈຳກັດ ສປ ຈີນ, ໄດ້ມີຂຶ້ນໃນວັນທີ 13 ຕຸລານີ້, ຢູ່ນະຄອນຫລວງວຽງຈັນ.

ສຳລັບການຮ່ວມມືຄັ້ງນີ້, ທັງສອງຝ່າຍເຫັນດີໃນດ້ານການເຄົາລົບນັບຖືປະຫວັດສາດ, ວັດທະນະທຳຮີດຄອງປະເພນີອັນດີງາມ ແລະ ກົດໝາຍຂອງສອງປະເທດ ແລະ ຖືເປັນເງື່ອນໄຂພື້ນຖານຂອງການຮ່ວມມືຢ່າງສະເໝີພາບ ແລະ ຍຸຕິທຳບົນພື້ນຖານຄວາມສະໝັກໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຖືເອົາໂຄງການຮ່ວມມືລະຄອນໂທລະພາບເປັນໃຈກາງໃນການຮ່ວມມືປະດິດສ້າງ, ລົງທຶນ, ຖ່າຍທຳ, ຜະລິດ, ໂຄສະນາ, ຈຳໜ່າຍ, ສາຍ, ດຳເນີນກິດຈະ ກຳວຽກງານຕ້ານກົນໄກຕະຫລາດ ແລະ ແລກປ່ຽນການຝຶກອົບຮົມບຸກຄະລາກອນດ້ານລະຄອນໂທລະພາບ, ຊອກຕະຫລາດຂອງລະຄອນໂທລະພາບຂ້າມຊາດ ເພື່ອເປັນການເສີມຂະຫຍາຍ ແລະ ຊຸກຍູ້ລະຄອນໂທລະພາບຂອງສອງປະເທດໃຫ້ມີການພັດທະນາ ແລະ ມີຄຸນນະພາບດີຂຶ້ນເລື້ອຍໆ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...