spot_img
Homeຂ່າວຕ່າງປະເທດຣັດເຊຍຍົກລະດັບການໂຈມຕີ! ຍິງລູກສອນໄຟໄກ 1,500 ກິໂລແມັດ ຂ້າມອີຣັກ - ອີຣ່ານ ຖະຫລົ່ມກຸ່ມໄອເອັສ ຢູ່ຊີຣີ (ເບິ່ງຄລິບ)!

ຣັດເຊຍຍົກລະດັບການໂຈມຕີ! ຍິງລູກສອນໄຟໄກ 1,500 ກິໂລແມັດ ຂ້າມອີຣັກ – ອີຣ່ານ ຖະຫລົ່ມກຸ່ມໄອເອັສ ຢູ່ຊີຣີ (ເບິ່ງຄລິບ)!

Published on

558000011680303

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ຕຸລານີ້ວ່າ ທ່ານ ເຊີເກ ຊອຍກູ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຣັດເຊຍ ໄດ້ອອກມາເປີດເຜີຍໃນມື້ວານນີ້ (7 ຕຸລາ) ວ່າ ກອງທັບຣັດເຊຍ ໄດ້ຍິງລູກສອນໄຟຈຳນວນ 26 ລູກ ຈາກເຮືອກ່ຳປັ່ນສູ້ຮົບ 4 ລຳ ໃນທະເລສາບແຄສປຽນ ຊຶ່ງຢູ່ຫ່າງຈາກເປົ້າໝາຍເຖິງ 1,500 ກິໂລແມັດ ຂ້າມດິນແດນປະເທດອີຣ່ານ ແລະ ອີຣັກ ເພື່ອໂຈມຕີກຸ່ມຕິດອາວຸດລັດອິດສະລາມ ຫລື ໄອເອັສ ໃນປະເທດຊີຣີ ຖືກເປົ້າໝາຍທັງໝົດ 11 ຈຸດ ຊຶ່ງເປັນສູນບັນຊາການ, ສູນຄວບຄຸມ, ສາງອາວຸດຂອງກຸ່ມໄອເອັສ ໂດຍທີ່ບໍ່ມີພົນລະເຮືອນເສຍຊີວິດ ຫລື ໄດ້ຮັບບາດເຈັບ.

ນອກຈາກນີ້, ທ່ານ ເຊີເກ ຍັງໄດ້ກ່າວວ່າ ພວກເຂົາໄດ້ໂຈມຕີເປົ້າໝາຍແລ້ວ 115 ແຫ່ງ ນັບຕັ້ງແຕ່ຣັດເຊຍເລີ່ມປະຕິບັດການໂຈມຕີທາງອາກາດໃນຊີຣີ ເມື່ອທ້າຍອາທິດທີ່ຜ່ານມາ ໂດຍປະທານາທິບໍດີ ວະລາດິເມຍ ປູຕິນ ແຫ່ງຣັດເຊຍ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ກອງທັບ ທີ່ໄດ້ກະກຽມ ແລະ ປະຕິບັດການດ້ວຍຜົນສຳເລັດດີ.

558000011680301

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...