spot_img
Homeຂ່າວພາຍ​ໃນລາວກຽມເຈລະຈາກັບສະຫະພາບເອີຣົບ ເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ

ລາວກຽມເຈລະຈາກັບສະຫະພາບເອີຣົບ ເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ

Published on

9eb34640-237e-4e58-a40f-91e702085bf4

ຂປລ. ວັນ ​ທີ 2 ຕຸລາ 2015 ນີ້ ຄະນະຊີ້ນໍາລະດັບຊາດ (NSC) ໃນແຜນງານ FLEGT, ເຊິ່ງໄດ້ຮັບການຮັບຮອງ ໂດຍຫ້ອງວ່າການລັດຖະບານ. ໄດ້ເລີ່ມກຽມການເຈລະຈາກັບສະພາບເອີຣົບ (EU) ທາງດ້ານຂໍ້ຕົກລົງ ການເຂົ້າເປັນຄູ່ຮ່ວມສັນຍາ ການຄ້າແບບສະໝັກໃຈ (VPA) ໃນແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເພື່ອແກ້ໄຂບັນຫາການຂຸດຄົ້ນໄມ້ທີ່ຜິດກົດໝາຍ ແລະ ເພື່ອເປັນ ການສົ່ງເສີມການຄ້າໄມ້ ທີ່ຖືກຕ້ອງຕາມກົດໝາຍ ກັບ ສະຫະພາບ ເອີຣົບ.

ທ່ານ ດຣ. ພວງປາຣິສັກ ປຣະວົງວຽງຄໍາ, ລັດຖະມົນຕີຊ່ວຍວ່າການກະຊວງກະສິກໍາ ແລະ ປ່າໄມ້ (MAF), ໄດ້ຮັບການແຕ່ງຕັ້ງ ໂດຍຄະນະຊີ້ນໍາລະດັບຊາດ ໃຫ້ເປັນຫົວໜ້າທີມງານເຈລະຈາ ເພື່ອນໍາພາຄະນະຈາກ ສປປ ລາວ ໃນການເຈລະຈາກັບ ສະຫະພາບເອີຣົບກ່າວ​ວ່າ: ການເຈລະຈາຂໍ້ຕົກລົງ ການຄ້ານີ້ຕ້ອງໄດ້ ດໍາເນີນໄປພ້ອມກັນ ກັບການສົ່ງເສີມ ການເພີ່ມມູນຄ່າ ໃນຂະແໜງປຸງແຕ່ງ ໄມ້ໃນປະເທດລາວ, ເຊິ່ງຈະຊ່ວຍເພີ່ມການ ເກັບລາຍຮັບຂອງພາກລັດ, ສ້າງວຽກເຮັດງານທໍາ ແລະ ເຂົ້າເຖິງ ຕະຫລາດສົ່ງອອກແຫ່ງໃໝ່ ໃຫ້ແກ່ປະເທດລາວ, ພ້ອມນັ້ນ ມັນຍັງຮຽກຮ້ອງໃຫ້ມີການຈັດຕັ້ງປະຕິບັດກົດໝາຍຢ່າງເຂັ້ມງວດ.

ສະຫະພາບເອີຣົບ (EU) ໄດ້ລິເລີ່ມແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເພື່ອສະກັດກັ້ນ ການຂຸດຄົ້ນໄມ້ທີ່ຜິດກົດໝາຍໃນທົ່ວໂລກ, ພ້ອມນັ້ນ EU ຍັງໄດ້ກະກຽມການເຈລະຈາຂໍ້ຕົກລົງ ການເຂົ້າເປັນຄູ່ຮ່ວມ ສັນຍາການຄ້າແບບສະໝັກໃຈ (VPA) ກັບບັນ ດາປະເທດຜະລິດໄມ້. ຂໍ້ຕົກລົງ VPA ແມ່ນຂໍ້ຕົກລົງການຄ້າສາກົນ ເຊິ່ງມີຈຸດປະສົງ ເພື່ອຫລຸດຜ່ອນການຕັດໄມ້ ທີ່ຜິດກົດໝາຍ ແລະ ສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...