spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ເຕືອນ! ​ລະວັງ​ອາຫານ​ແຊ່ນ້ຳຢາດອງສົບ ວາງຂາຍຕາມຕະຫລາດຢ່າງແຜ່ຫລາຍ!

ເຈົ້າໜ້າທີ່ເຕືອນ! ​ລະວັງ​ອາຫານ​ແຊ່ນ້ຳຢາດອງສົບ ວາງຂາຍຕາມຕະຫລາດຢ່າງແຜ່ຫລາຍ!

Published on

formone

ຫົວໜ້າ​ຂະ​ແໜງ​ລ້ຽງສັດ ​ແລະ ການ​ປະມົງ, ນະຄອນຫຼວງ​ວຽງ​ຈັນ​ ແຈ້ງ​ຕໍ່​ນັກ​ຂ່າວ​ພວກ ​ເຮົາ​ໃນ​ວັນ 29 ກັນຍາ​ນີ້​ວ່າ: ຕະຫຼອດ​ໄລຍະ​ຜ່ານ​ມາ​ໜ່ວຍ​ງານ​ຂອງ​ຕົນ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ລົງ​ກວດ​ກາ​ອາຫານຢູ່​ຕາມ​ຕະຫຼາດ​ຕ່າງໆ​​ໃນ​ນະຄອນຫຼວງ​ວຽງ​ຈັນ​ຢ່າງ​ເປັນ​ປະຈຳ ເພື່ອ​​​ແນ່​ໃສ່​ຄວບ​ຄຸ​ມທາງ​ດ້ານ​ໂພ​ສະນາ​ການ​ໃຫ້​ຖືກ​ຫຼັກ​ອະນາ​ໄມປາສະຈາກ​ສານ​ປົນ​ເປື້ອນຕ່າງໆ​ ທີ່​ອາດ​ສົ່ງ​ຜົນ​ກະທົບ​ບໍ່​ດີຕໍ່​ສຸຂະພາບ​ຂອງ​ປະຊາ​ຊັນ ​ແລະ ​ເຫັນ​ວ່າ​ ຍັງ​ມີ​ຊາວ​ຄ້າຂາຍ​ຈຳນວນ​ໜຶ່ງຢູ່​ຕາມ​ຕະຫຼາດ​ຕ່າງໆ​ຍັງ​ນຳ​ໃຊ້​ສານ​ກັນ​ບູດ​ ​(ຟອ໋ກ​ໂມນ) ເຂົ້າ​ໃນ​ການ​ແຊ່​ອາຫານ​ຢ່າງ​ແຜ່​ຫຼາຍຄື: ຢູ່​ຕະຫຼາດ​ຂົວ​ດິນ, ຕະຫຼາດ​ສະພານ​ທອງ​ກວດ​ພົບ​ການ​ນຳ​ໃຊ້​ສານ​ກັນ​ບູດ​ຢູ່​ໃນ​ອາຫານ​ຈຳນວນ 7 ລາຍການ ​ແລະ ສ່ວນ​ຫຼາຍ​ແມ່ນ​ອາຫານ​ທະ​ເລ​ເຊັ່ນ: ປາ​ຫມຶກ, ຢໍ່ຂາວ, ຊີ້ນ​ສ່ວນ​ສັດ ​ແລະ ອື່ນໆ,​ ໂດຍ​ແມ່​ຄ້າ​ສ່ວນ​ຫຼາຍ​ຈະ​ໃຊ້​ສານ​ກັນ​ບູດ​ເພື່ອ​ໃຫ້​ສາມາດ​ຮັກສາ​ອາຫານ​ໄວ້​ໄດ້​ດົນ ​ແລະ ​ເບິ່ງ​ຄື​ວ່າ​ອາຫານ​ປະ​ເພ​ດດັ່ງກ່າວສົດ​ຢູ່​ຕະຫຼອດ​ເວລາ,​ ແຕ່​ສານ​ດັ່ງກ່າວ​ມີ​ຜົນ ກະທົບ​ຮ້າຍ​ແຮງ​ຕໍ່​ສຸຂະພາບ​ຂອງ​ຜູ້​ບໍລິ​ໂພ​ກ, ດັ່ງ​ນັ້ນພາກສ່ວນ​ກ່ຽວຂ້ອງ​ກໍ​ໄດ້ກ່າວ​ວ່າ​ຕັກ​ເຕືອນ​ແມ່​ຄ້າ​ຜູ້​ກະທຳ​ຜິດ , ພ້ອມ​ທັງ​ນຳ​ເອົາອາ​ຫານ​ທີ່​ປົນ​​ເປື້ອນນັ້ນ​ໄປ​ທຳລາຍ​ຖິ້ມ ​ແລະ ຫາກ​ຜູ້ກ່ຽວ​ຍັງ​ລະເມີດ ​ແລະ ກວດ​ພົບ​​ໃນ​ຄັ້ງ​ຕໍ່​ໄປ​ກໍ່​ຈະ​ຖືກ​ດຳ​ເນີນ​ມາດ​ຕະການ​ຕາມ​ລະບຽບ​ກົດໝາຍ, ເນື່ອງ​ຈາກ​ສານ​ສານ​ຟ໋ອກ​ໂມນ​ນັ້ນ​ເປັນສານ​ເຄມີ​ທີ່​ອັນ​ຕະລາຍ​ຕໍ່​ສຸຂະພາບ, ​ເຊິງ​ສ່ວນ​ຫຼາຍ​ຈະ​ນຳ​ໃຊ້​ສະ​ເພາະ​ວຽກ​ງານ​ສາທາ​ລະນະ​ສຸກເທົ່າ​ນັ້ນ(​ໃຊ້​ແຊ່​ສົບ​ຄົນ​ຕາຍ)ແລະ ຖ້າ​ຫາກ​ມີ ການ​ສູບ​ດົມ ຫຼື ກິນ​ສານ​ດັ່ງກ່າວ​ເຂົ້າ​ໄປ​ຈະ​ເຮັດ​ໃຫ້​ຮ່າງກາຍ​ໄດ້​ຮັບຜົນກະທົບ​ຫຼາຍຢ່າງ​ຄື: ສານ​ດັ່ງກ່າວ​ຈະ​ໄປ​ທຳລາຍ​ລະບົບ​ຫາຍ​ໃຈ, ສະໜອງ,ລະບົບ​ຍ່ອຍ​ອາຫານ ​ແລະ ຈຸ​ລັງ​ຕ່າງໆ​ເຮັດ​ໃຫ້​ລະບົບ​ຍ່ອຍ​ອາຫານ​ເປັນ​ບາດ​​ແຜ່,ສົ່ງ​ຜົນ​ໃຫ້ສຸຂະພາບ​ຊຸດ​ໂຊມ​ ​ແລະ ກໍ​ໃຫ້​ເກີດ​ພະຍາດ​ອື່ນໆ​ຕາ​ມາ ​ແລະ ກໍ​ໃຫ້​ເກີດ​ພະຍາດ​ມະ​ເຮັງ​ອີກ​ດ້ວຍ.
ຫົວ​ຂະ​ແໜງ​ລ້ຽງສັດ​ໃຫ້​ຮູ້​ອີກ​ວ່າ: ​ເພື່ອ​​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ນຳ​ໃຊ້ສານ​ປົນ​ເປື່ອນຕ່າງໆ​​ເຂົ້າ​ໃນການ​ແຊ່ອາ ຫານ​ພາກສ່ວນ​ກ່ຽວຂ້ອງ​ຈະຕ້ອງ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ງວດ​ໃນ​ການ​ກວດກາ​ຕາມທ້ອງຕະຫຼາດ​ຕ່າງໆ​ໃຫ້​​ເປັນ​ປະຈຳ ​​ແລະ ​ມີ​ມາດ​ຕະການ​ເຂັ້ມ​ງວດ​ຕໍ່​ຜູ້​ລະ​ເມີດ, ຖ້າ​ກວດ​ພົບ​ເຫັນ​ຈະ​ຕ້ອງ​ໄດ້​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ,​ ເພື່ອ​ບໍ່​ສົ່ງ​ຜົນ​ກະທົບ​ຮ້າຍ​ຕໍ່​ສຸຂະພາບ​ຂອງ​ຜູ້​ບໍລິ​ໂພ​ກ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...