spot_img
Homeຂ່າວຕ່າງປະເທດຫວຽດນາມກວດຄົ້ນໂຮງງານຂ້າສັດເຖື່ອນ ໃຊ້ນ້ຳມັນກ໊າດປະສົມຊີ້ນໄກ່ເພື່ອເພີ່ມສີສັນ!

ຫວຽດນາມກວດຄົ້ນໂຮງງານຂ້າສັດເຖື່ອນ ໃຊ້ນ້ຳມັນກ໊າດປະສົມຊີ້ນໄກ່ເພື່ອເພີ່ມສີສັນ!

Published on

VIETNAM-HEALTH-FLU-FARM
(ພາບປະກອບ ບໍ່ກ່ຽວຂ້ອງກັບເນື້ອຂ່າວ)

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ກັນຍານີ້ວ່າ ເຈົ້າໜ້າທີ່ຫວຽດນາມໄດ້ເຂົ້າກວດຄົ້ນໂຮງງານຂ້າສັດເຖື່ອນແຫ່ງໜຶ່ງຢູ່ນະຄອນໂຮ່ຈິມິນ ທາງພາກໃຕ້ຂອງປະເທດ ທີ່ມີການປະສົມນ້ຳມັນກ໊າດ ແລະ ສານເຄມີໃສ່ຊີ້ນໄກ່ ເພື່ອປ່ຽນສີໜັງໄກ່ຈາກສີຂາວຈືດໃຫ້ກາຍເປັນສີເຫລືອງ.  ແຫລ່ງຂ່າວໄດ້ເປີດເຜີຍວ່າ ໂຮງງານຂ້າສັດດັ່ງກ່າວ ແມ່ນບໍ່ມີໃບອະນຸຍາດດຳເນີນທຸລະກິດ ແລະ ເຈົ້າຂອງໂຮງງານເອງຍອມຮັບວ່າ ໄດ້ຊື້ໄກ່ມາ ແລ້ວນຳມາຈຸ່ມລົງໃນນ້ຳມັນກ໊າດທີ່ປະສົມກັບສານເຄມີພຶເສດ ຊຶ່ງຜ່ານຂະບວນການນີ້ຈະເຮັດໃຫ້ໄກ່ມີສີເຫລືອງ ກ່ອນນຳອອກຈຳໜ່າຍຕາມທ້ອງຕະຫລາດ.

 

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...