spot_img
Homeຂ່າວຕ່າງປະເທດອາເມຣິກາຈະເປີດຮັບຜູ້ອົບພະຍົບຊາວຊີຣີ 10 ພັນຄົນໃນປີໜ້າ ຫລັງຖືກວິຈານວ່າເມີນເສີຍ!

ອາເມຣິກາຈະເປີດຮັບຜູ້ອົບພະຍົບຊາວຊີຣີ 10 ພັນຄົນໃນປີໜ້າ ຫລັງຖືກວິຈານວ່າເມີນເສີຍ!

Published on

Migrants rest at a park in central Athens after arriving on passenger ships at the port of Piraeus from Lesbos island, Greece
ຜູ້ອົບພະຍົບຊາວຊີຣີ ທີ່ລອດຕາຍຂຶ້ນມາພັກຢູ່ປະເທດເກຣັກ

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ກັນຍານີ້ວ່າ ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງ ສະຫະລັດອາເມຣິກາ ໄດ້ອອກຄຳສັ່ງໃນມື້ວານນີ້ (10 ກັນຍາ) ໃຫ້ເຈົ້າໜ້າທີ່ຂອງຕົນ ເປີດຮັບຜູ້ອົບພະຍົບຊາວຊີຣີ ເພີ່ມຂຶ້ນເປັນຢ່າງໜ້ອຍ 10,000 ຄົນໃນສົກງົບປະມານໜ້າ ເນື່ອງຈາກສະຫະລັດອາເມຣິກາ ໄດ້ຖືກວິພາກວິຈານຈາກປະຊາຄົມໂລກຢ່າງໜັກວ່າ ສະຫະລັດອາເມຣິກາມີທ່່າທີເມີນເສີຍຕໍ່ວິກິດການຜູ້ອົບພະຍົບນັບແສນຄົນ ທີ່ຫລັ່ງໄຫລເຂົ້າທະວີບເອີຣົບໃນປັດຈຸບັນຍ.

ທັງນີ້ ຜູ້ອົບພະຍົບຊາວຊີຣີທີ່ພາກັນຫລົບໜີຈາກສົງຄາມຂັດແຍ່ງ ແລະ ຄວາມສັບສົນພາຍໃນປະເທດ ສ່ຽງຕາຍຂ້າມທະເລເມດິແຕຣານຽນ ເຂົ້າມາທະວີບເອີຣົບເພື່ອຂໍລີ້ໄພ ຊຶ່ງໃນນັ້ນແມ່ນມີບາງຈຳນວນກໍເສຍຊີວິດຈາກເຫດເຮືອຫລົ້ມກາງທະເລ.

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)