spot_img
Homeຍ້ອງຍໍຄົນດີເດັ່ນນາງ ສຸດາ​ພອນ ວິ​ຊຸນນະ​ຣາດ ນັກບິນເພດຍິງລາວ ຂັບເຮືອບິນ A320 ຖ້ຽວທຳອິດສຳເລັດ!

ນາງ ສຸດາ​ພອນ ວິ​ຊຸນນະ​ຣາດ ນັກບິນເພດຍິງລາວ ຂັບເຮືອບິນ A320 ຖ້ຽວທຳອິດສຳເລັດ!

Published on

20150904153010

ວັນ​ທີ 4 ກັນຍາ 2015 ທີ່ສະໜາມ​ບິນ​ສາກົນ​ວັດ​ໄຕ ຄະນະກົມ​ການບິນ​ພົນ​ລະ​ເຮືອນ​ໄດ້ ຕ້ອນຮັບ ນາງ ສຸດາ​ພອນ ວິ​ຊຸນນະ​ຣາດ ນັກ​ບິນ​ເພດ​ຍິງ​ຄົນ​ທຳອິດ​ຂອງ​ລາວ ທີ່​ປະຕິບັດ​ຖ້ຽວ​ບິນທຳ​ອິດ ເຮືອບິນ A320 ນຳ​ໂດຍທ່ານ ຢາ​ກົວ ລໍ​ປາງ​ກາວ ຫົວໜ້າ​ກົມ​ການບິນ​ພົນ​ລະ​ເຮືອນ ມີທ່ານ ສົມ​ສະໄໝ ວິ​ຊຸນ​ນະ​ຣາດ ແລະ ທ່ານ​ນາງ ເລືອງ​ສະໄໝ ເລືອ​ງວັນ​ໄຊ ຮອງ​ຜູ້ອຳນວຍການລັດ​ວິ​ສາ​ຫະ​ກິດ​ການບິນ​ລາວ ພ້ອມ​ດ້ວຍ​ພະນັກງານ​ຈຸ​ບິນ.

ໃນ​ທ້າຍ​ເດືອນ​ກັນຍາ 2013 ໄດ້​ເດີນທາງ​ໄປ​ປະເທດ​ຝຣັ່ງ ທີ່ເມືອງຕູ​ລູ​ເຊີ ເພື່ອ​ເລີ່ມ​ຕົ້ນ​ຊີວິດນັກຮຽນ​ການບິນ ຈົນ​ຮອດ​ວັນ​ທີ 15 ເມສາ 2014 ສາມາດ​ຊອບປ່ອຍ​ບິນ​ດ່ຽວ​ທີ່​ເອີ້ນ​ວ່າ Solo Flight ດ້ວຍ​ເຮືອບິນ​ຈັກ​ດຽວ​ໄດ້ ຫຼັງ​ຈາກ​ນັ້ນ ໄດ້​ສືບຕໍ່​ຮຽນ​ທາງດ້ານ​ທິດ​ສະ​ດີ​ການບິນ ແລະ ເຝິກອົບຮົມ​ເຮືອບິນ 2 ຈັກ ແລະ ບິນ​ກາງຄືນ ດ້ວຍ​ຜົນສຳເລັດ ແລະ ໄດ້​ຮັບ​ໃບ​ປະກາດ​ເປັນ​ນັກບິນ​ການ​ຄ້າ Commercial Pilot ໃນ​ວັນ​ທີ 16 ເມສາ 2015 ແລ້ວສືບຕໍ່​ເຝິກອົບຮົມເອົາ​ຊະນິດ​ເຮືອບິນ​ໂດຍສານ A320 ສຳເລັດ ໃນ​ວັນ​ທີ 18 ກໍລະກົດ 2015 ຈາກ​ນັ້ນ ໄດ້​ເຝິກອົບຮົມ​ການບິນທາງ​ດ້ານ​ກົດໝາຍ​ການບິນ​ຂອງລາວ ແລະ ຂໍ້​ກຳນົດ​ກົດ​ລະບຽບວ່າ​ດ້ວຍ​ການບິນ​ພົນ​ລະ​ເຮືອນລາວ ທີ່​ກົມ​ການບິນ​ລາວ ແລະ ເລີ່ມ​ຕົ້ນ​ຊີວິດ​ນັກ​ບິນ Airline Pilot (APL) ນັບ​ແຕ່​ວັນ​ທີ 4 ກັນຍາ 2015 ນີ້​ເປັນຕົ້ນ​ໄປ ໂດຍ​ທີ່​ຕ້ອງສະ​ສົມ​ປະສົບ​ການ​ໃນ​ການບິນຂຶ້ນ-ລົງກັບ​ອາຈານ 60 ຄັ້ງ ແລະ ສອບເສັງ​ຜ່ານ ​ຈຶ່ງ​ຈະ​ໄດ້ເປັນ​ນັກ​ບິນ​ຊ່ວຍ (First Office) ໄດ້​ຢ່າງ​ສົມບູນ​ແບບ ໃນ​ຖ້ຽວ​ບິນແຕ່​ສະໜາມ​ບິນ​ສາກົນ​ວັດ​ໄຕຫາສະໜາມ​ບິນ​ຫຼວງ​ພະ​ບາງ.

ນາງ ສຸດາ​ພອນ ກ່າວ​ວ່າ: ເສັ້ນທາງ​ຂອງ​ຊີວິດ​ນັກ​ບິນ​ຍັງຍາວ​ໄກ ເຊິ່ງ​ຈະ​ເຝິກຝົນ​ຫຼໍ່​ຫຼອມຕົນ​ເອງ ​ໃຫ້​ກາຍເປັນ​ນັກ​ບິນ​ທີ່​ມີຄວາມ​ສາມາດ​ທີ່​ຄ່ອງ​ແຄ້ວ-ປອດ​ໄພ ກາຍເປັນ​ພະນັກງານທີ່​ມີ​ຄຸນສົມບັດ ມີ​ຄວາມ​ຮູ້​ຄວາມສາມາດ​ສູງ​ຂອງ​ບໍລິສັດ ເຊິ່ງ​ຜົນສຳເລັດ​ຂອງ​ຂ້າພະເຈົ້າ​ໃນ​ມື້ນີ້ ໄດ້​ສະແດງ​ໃຫ້​ເຖິງ​ຄວາມ​ສາມາດ ຊື່​ສຽງ​ຂອງ​ສະຫະພັນ​ແມ່ຍິງ ແລະ ການ​ຍົກ​ບົດບາດ​ຂອງແມ່ຍິງ​ລາວ ​ເທົ່າ​ທຽມ​ກັບ​ເພດຊາຍ​ໃນ​ຂະແໜງການ​ບິນ ແລະ ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ຊາວໜຸ່ມ​ເຍົາວະ​ຊົນ​ຮຸ່ນ​ຫຼັງ ໃນ​ການຕັ້ງໜ້າ​ສຶກ​ສາ​ຄົ້ນຄວ້າ​ຮ່ຳຮຽນ ຫັນ​ມາ​ສົນໃຈ​ອາຊີບ​ນັກ​ບິນ ແລະ ກຽມພ້ອມ​ທີ່​ຈະ​ກາຍເປັນ​ກະ​ດູ​ສັນຫຼັງທີ່​ແຂງ​ແກ່ນ​ຂອງ​ປະເທດ ເພື່ອ​ພ້ອມ​ກັນ​ພັດທະນາ​ຊາດລາວ​ເຮົາ ໃຫ້​ຈະເລີນ​ຮຸ່ງເຮືອງ ແລະ ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຢ່າງສະຫງ່າ​ງາມ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສິງກະໂປມອບເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມຢູ່ລາວ

ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກລັດຖະບານສິງກະໂປ ແລະ ອົງການກາແດງ ສິງກະໂປ ມອບໃຫ້ແກ່ ສປປ ລາວ ຈັດຂຶ້ນໃນວັນທີ 19 ກັນຍາ 2024 ຢູ່ສະໜາມບິນສາກົນວັດໄຕ...

ເປີດສັນຍາລັກເຄື່ອງດົນຕີອາຊຽນ ແລະ ປູກຕົ້ນໄມ້ທີ່ສວນປະຕູໄຊພາກຂະຫຍາຍ

ຄະນະຜູ້ແທນເຈົ້າຄອງນະຄອນຫຼວງອາຊຽນ ໄດ້ເຂົ້າຮ່ວມພິທີເປີດສັນຍາລັກເຄື່ອງດົນຕີອາຊຽນ ແລະ ປູກຕົ້ນໄມ້ທີ່ ສວນປະຕູໄຊພາກຂະຫຍາຍ ໃນວັນທີ 19 ກັນຍາ 2024, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ,...

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...