spot_img
Homeຂ່າວຕ່າງປະເທດດ່ວນ! ເຮືອບິນ ແອຣ໌ ເອເຊຍ ຈາກອິນໂດເນເຊຍ ໄປສິງກະໂປ ສູນຫາຍ!

ດ່ວນ! ເຮືອບິນ ແອຣ໌ ເອເຊຍ ຈາກອິນໂດເນເຊຍ ໄປສິງກະໂປ ສູນຫາຍ!

Published on

EyWwB5WU57MYnKOuFNDpc6e5bUm9FPZFZCfmY9kJ5UBrBDenIiBbGa

 

ເຮືອບິນແອຣ໌ ເອເຊຍ ອິນໂດເນເຊຍ ຂຶ້ນບິນຈາກສະໜ!ມບິນສຸບາຣາຢາ ຂາດການຕິດຕໍ່ກັບຫໍບັງຄັບການບິນ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນມື້ນີ້ (28 ທັນວາ) ວ່າ ເຮືອບິນແອຣ໌ບັສ 320-200 ຂອງສາຍການບິນ ແອຣ໌

ເອເຊຍ ອິນໂດເນເຊຍ ຖ້ຽວບິນ QZ8501 ຈາກອິນໂດເນເຊຍ ຈະບິນໄປສິງກະໂປ ໂດຍຂຶ້ນບິນຈາກສະໜາມບິນ

ສຸບາຣາຢາ ຂາດການຕິດຕໍ່ກັບຫໍບັງຄັບການບິນຈາກາຕາ ເມື່ອເວລາ 6:15 ໂມງ ຕອນເຊົ້າມື້ນີ້ ຕາມເວລາທ້ອງ

ຖິ່ນ. ທັງນີ້ ຖ້ຽວບິນດັ່ງກ່າວ ມີກຳນົດເດີນທາງເຖິງສິງກະໂປ ໃນເວລາ 8:30 ໂມງ ຕາມເວລາທ້ອງຖິ່ນ.

 

ເບື້ອງຕົ້ນມີລາຍງານວ່າ ເຮືອບິນລຳດັ່ງກ່າວມີລູກເຮືອ ແລະ ຜູ້ໂດຍສານ ລວມກັນ 162 ຄົນ ໂດຍທັງໝົດແມ່ນ

ຍັງບໍ່ຮູ້ຊະຕາກຳ.

 

ເຈົ້າໜ້າທີ່ຂອງອິນໂດເນເຊຍໄດ້ລາຍງານວ່າ ເຮືອບິນລຳດັ່ງກ່າວມີຄວາມຜິດປົກກະຕິ ກ່ອນທີ່ຈະຂາດການຕິດ

ຕໍ່ກັບຫໍບັງຄັບການບິນໃນພາກພື້ນ, ທາງດ້ານບໍລິສັດ ແອຣ໌ ເອເຊຍ ກໍໄດ້ເປີດເຜີຍວ່າ ການຄົ້ນຫາ ແລະ ການ

ກູ້ໄພ ກຳລັງຢູ່ໃນປະຕິບັດການ.

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)