spot_img
Homeນານາສາລະ5 ວິທີ​ງ່າຍໆ ຖ້າ​ບໍ່​ຢາກ​ຖືກ​ນິນ​ທາ

5 ວິທີ​ງ່າຍໆ ຖ້າ​ບໍ່​ຢາກ​ຖືກ​ນິນ​ທາ

Published on

da6938c75db4ce969dc323bf972b5f02

           ຈະ​ເວົ້າ​ໄປ​ແລ້ວ​ບໍ່​ມີ​ໃຜ​ໃນ​ໂລກ​ທີ່​ເປັນ​ທີ່​ຮັກ​ຂອງ​ທຸກ​ຄົນ  ຈະ​ຊົ່ວ​ຈະ​ດີ​ມາ​ຈາກ​ໃດ​ກໍ​ຍ່ອມ​ຕ້ອງ​ຖືກ “ນິນ​ທາ” ເປັນ​ທຳມະດາ  ຄຳ​ເວົ້າ​ຂອງ​ຄົນ​ເຮົາບາງເທື່ອ​ຮຸນແຮງ​ກວ່າ​ການ​ໃຊ້​ອາ​ວຸດ​ເຂົ້າ​ຫ້ຳ​ຫັ່ນ​ກັນ​ເສຍ​ອີກ ແຕ່​ເຖີງປານນັ້ນກໍຕາມ ບໍ່​ມີ​ໃຜ​ເທິງ​ໂລກ​ນີ້​ຫລີກ​ໜີ​ຄຳ​ນິນ​ທາ​ໄປ​ໄດ້  ເຖິງຈະ​ໜີ​ຄຳ​ນິນ​ທາ​ບໍ່​ໄດ້ແຕ່​ເຈົ້າ​ເລືອກ​ໄດ້​ວ່າ​ຈະໃຫ້​ມັນ​ເປັນ​ໃນຮູບແບບໃດ ທີ່​ມາ​ກະທົບ​ຈິດ​ໃຈ​ເຈົ້າ

 1 ທຸກ​ເທື່ອ​ທີ່​ຄິດ​ໄດ້ ໃຫ້​ເຮັດ​ແຕ່​ຄວາມ​ດີ: ຄົນ​ເຂົາ​ຈອບ​ຈະ​ນິນ​ທາ​ຢູ່​ແລ້ວ ເຮັດຫຍັງ​ໜ້ອຍໜຶ່ງ ກໍ​ກາຍ​ເປັນ​ເລື່ອງ​ໃຫຍ່​ໄດ້​ສະເໝີ
2 ຄິດ​ຢູ່​ສະເໝີ​ວ່າ​ບໍ່​ມີ​ຫຍັງ​ຢູ່​ຄົງ​ທົນ​ຖາວອນ:   ມີ​ລາບ ເສື່ອມ​ລາບ ມີຍົດ ເສື່ອມ​ຍົດ ມີ​ສັນ​ເສີນ ມີ​ນິນ​ທາ ເວົ້າ​ງ່າຍໆ​ວ່າ​ຂໍ້​ນີ້​ຂໍ​ໃຫ້​ເຈົ້າ​ເຮັດ​ໃຈ​ດີກວ່າ
3
ມີສະຕິ: ເມື່ອເກີດ​ເລື່ອງ​ໃດ​ຂໍ​ໃຫ້​ໃຊ້​ສະຕິ ແລະ ​ຢ່າ​ເຊື່ອ​ຫຍັງ​ງ່າຍໆ ບໍ່​ວ່າ​ຄົນ​ນັ້ນ​ຈະ​ໜ້າ​ເຊື່ອ​ຊ່ຳ​ໃດ​ກໍ​ຕາມ ຂໍ​ໃຫ້​ພິຈາລະນາ​ເລື່ອງ​ລາວ​ຢ່າງ​ເປັນ​ໄປ​ຕາມ​ຄວາມ​ເປັນ​ຈິງ ຫລື ​ເປັນ​ກາງ
4
ເຮັດ​ຄວາມ​ດີແດ່: ຊີວິດ ຄົນ​ເຮົາ​ເກີດ​ມາ​ເພື່ອ​ໃຊ້​ກຳ​ທີ່​ຕ່າງ​ກັນ​ອອກ​ໄປ ບາງ​ຄົນ​ກຳ​ໜ້ອຍ ບຸນ​ຫລາຍ ບາງ​ຄົນ​ກຳ​ຫລາຍ ບຸນ​ໜ້ອຍ ເພາະ​ສະ​ນັ້ນ​ຫັດ​ເຕີມ​ບຸນ​ໄວ້​ຫລາຍ​ໆ ການ​ເຮັດ​ຄວາມ​ດີ ບໍ່​ເສຍ​ຫາຍ​ຫຍັງ​ດອກ
5
ຢຸດ​ເຮັດ​ເລື່ອງ​ບໍ່ມີສາ​ລະ: ອັນ​ນີ້​ສຳຄັນ​ສຸດ ເພາະ​ບາງ​ເລື່ອງ​ທີ່​ເຮົາ​ຄິດວ່າ​ບໍ່​ມີ​ຫຍັງ ອາດຈະ​ກາຍ​ເປັນ​ປະ​ເດັນ​ໄດ້​ໃນ​ພາຍ​ພາກ​ໜ້າເຫັນ​ຢູ່​ຕະຫລອດ​ໆ ກໍ​ຄົງ​ບໍ່​ພົ້ນ​ເລື່ອງ​ຄຸບຊິບ​ນິນທາ

 

ບົດຄວາມຫຼ້າສຸດ

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ,...