ເວລາຜ່ານໄປເສດຖີຜູ້ນີ້ຮູ້ສຶກໂລ່ງໃຈ ທີ່ຂໍທານຫາຍໄປແລ້ວ ແຕ່ແລ້ວກໍຕ້ອງແປກໃຈ ເມື່ອຢູ່ໆ ຂໍຄົນຄົນເກົ່າກໍເກັບມາອີກ ແຖມມາຢູ່ຕິດກັບໜ້າປະຕູເຮືອນ ແຕ່ກໍຍັງຄົງເຮັດຄືບໍ່ສົນໃຈ.
ຈົນມາຮອດມື້ໜຶ່ງຄົນຂໍທານຮ້ອງເພງສຽງດັງໆ ເພື່ອສ້າງຄວາມສົນໃຈຈາກເສດຖີ ຝ່າຍເສດຖີຜູ້ນີ້ຮູ້ສຶກລຳຄານໃນສຽງເພງນັ້ນຫຼາຍ ຈົນອົດທົນບໍ່ໄດ້ ຕ້ອງເຂົ້າໄປໃນເຮືອນຫາເງິນມາໃຫ້ 1 ຖົງ ເພື່ອໃຫ້ຂໍທານເຊົາຮ້ອງເພງ.
ຝ່າຍຂໍທານຫຼັງຈາກທີ່ຮັບເງິນຖົງນັ້ນມາແລ້ວເຂົາຮູ້ສຶກດີໃຈຫຼາຍກໍຟ້າວອອກຈາກເຮືອນເສດຖີໄປໃນຕອນທຳອິດ ແຕ່ແລ້ວຕໍ່ມາເຂົາເລິ່ມຮູ້ສຶກວິຕົກກັງວົນແລະຫວງແຫນຖົງເງິນນັ້ນຫຼາຍ ຄັນເຖິງເວລານອນກໍນອນຢ່າງກະວົນກະວາຍເພາະຢ້ານວ່າຈະມີຄົນມາລັກຖົງເງິນນັ້ນໄປ ຍິ່ງດົນຍິ່ງມີອາການຫວາດລະແວງ ຈົນຫາຄວາມສຸກບໍ່ໄດ້.
ຈາກທີ່ເຄີຍຍ່າງໄປຮ້ອງເພງອິ່ນອ້ອຍໄປ, ທັກທາຍຜູ້ອື່ນດ້ວຍຮອຍຍິ້ມປົນສຽງຫົວ ກັບກາຍມາເປັນຄົນເຄັ່ງຂຶມ, ຍິ້ມຍາກ, ຍ່າງກອດເອິກຢ່າງລະມັດລະວັງເພາະຢ້ານວ່າຖົງເງິນຈະຕົກເຮ່ຍ ຈົນທ້າຍທີ່ສຸດຄົນຂໍທານຜູ້ນີ້ອົດທົນບໍ່ໄດ້ ຕ້ອງເອົາຖົງເງິນນັ້ນໄປສົ່ງຄືນໃຫ້ກັບເສດຖີ.
ເສດຖີເມື່ອພົບກັບເຫດການຄືແນວນີ້ກໍເກີດອາການ ງຶດງົງ ແລະບໍ່ເຂົ້າໃຈຄົນຂໍທານເລີຍ ຈຶ່ງເອີ່ຍປາກຖາມວ່າ “ເປັນຫຍັງເຈົ້າຈຶ່ງເອົາເງິນນີ້ມາສົ່ງຄືນໃຫ້ຂ້ອຍ ເມື່ອຂ້ອຍໄດ້ໃຫ້ເຈົ້າໄປແລ້ວ?”.
ຂໍທານຕອບໄປວ່າ “ຂ້ານ້ອຍບໍ່ສົມຄວນເປັນເຈົ້າຂອງເງິນຖົງນີ້ ເພາະມັນບໍ່ໄດ້ເຮັດໃຫ້ຂ້ານ້ອຍມີຄວາມສຸກເລີຍ”.
“ຂ້ອຍບໍ່ເຂົ້າໃຈວ່າເປັນຫຍັງຈຶ່ງເປັນແນວນັ້ນ?” ທ່ານເສດຖີກ່າວ
ຄົນຂໍທານຕອບວ່າ “ມັນເຮັດໃຫ້ຂ້ານ້ອຍມີຄວາມທຸກຫຼາຍ ບໍ່ວ່າຍາມຫຼັບຫຼືຍາມຕື່ນ ເພາະຂ້ານ້ອຍຢ້ານວ່າຈະມີຄົນມາລັກເອົາມັນໄປ”.
ຝ່າຍເສດຖີໄດ້ຟັງແນວນັ້ນຈຶ່ງຄົ້ນຄິດຢູ່ບຶດໜຶ່ງແລະກ່າວຂຶ້ນວ່າ “ຂ້ອຍຄິດວ່າເຈົ້າຈະມີຄວາມສຸກກັບການໃຊ້ເງິນນັ້ນເສຍອີກ…”
ຂໍທານຕອບກັບໄປວ່າ “ມັນບໍ່ເປັນແນວນັ້ນເລີຍທ່ານເສດຖີ ເພາະປົກກະຕິຊີວິດຂໍທານຂອງຂ້ານ້ອຍ ບໍ່ຄ່ອຍໄດ້ໃຊ້ເງິນ ເຖິງແມ່ນຂ້ານ້ອຍຈະທຸກຍາກ ຄ່ຳບ່ອນໃດນອນບ່ອນນັ້ນ ແຕ່ຂ້ານ້ອຍກໍມີຄວາມສຸກດີ…”
ເສດຖີງຶກຫົວເຂົ້າໃຈ ແລະຈຳເປັນຕ້ອງຮັບເອົາເງິນ ຄືນຈາກຄົນຂໍທານຕາມທີ່ຂໍທານປະສົງ ຫຼັງຈາກນັ້ນມາເສດຖີຜູ້ນີ້ກໍເຂົ້າໃຈຫຼາຍຂຶ້ນວ່າ ເຄື່ອງຂອງແນວໜຶ່ງອາດຈະມີຄຸນຄ່າແລະເໝາະສົມກັບບາງຄົນເທ່ົານັ້ນ ແຕ່ຫາກວ່າເຄື່ອງຂອງບາງຢ່າງ ທີ່ບາງຄົນເຂົ້າໃຈວ່າລ້ຳຄ່າທີ່ສຸດສຳລັບເຂົາ ແຕ່ກໍບໍ່ມີປະໂຫຍດອັນໃດກັບອີກຄົນໜຶ່ງ…