spot_img
Homeຂ່າວຕ່າງປະເທດWHO ອອກມາເຕືອນ ເຖິງຈະສັກວັກຊີນແລ້ວ ກໍຄວນຈະປະຕິບັດສິ່ງທີ່ພວກເຮົາຄວນເຮັດ 5 ຂໍ້

WHO ອອກມາເຕືອນ ເຖິງຈະສັກວັກຊີນແລ້ວ ກໍຄວນຈະປະຕິບັດສິ່ງທີ່ພວກເຮົາຄວນເຮັດ 5 ຂໍ້

Published on

ໃນວັນທີ 7 ພະຈິກ 2021 ທີ່ຜ່ານມາ ສໍານັກຂ່າວຕ່າງປະເທດ ໄດ້ລາຍງານວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ຂໍ້ມູນສິ່ງທີ່ຕ້ອງປະຕິບັດ ເຖິງແມ່ນວ່າຈະໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ຄົບແລ້ວກໍຕາມ ພວກເຮົາຍັງຕ້ອງໄດ້ປະຕິບັດ 5 ຂໍ້ທີ່ຄວນເຮັດດັ່ງນີ້:

  1. ຮັກສາໄລຍະຫ່າງ
  2. ໃສ່ໜ້າກາກອະນາໄມ
  3. ໄອ ຫຼື ຈາມ ໃສ່ຂໍ້ສອກ
  4. ເປີດປ່ອງຢ້ຽມເຮືອນ ຫຼື ບ່ອນເຮັດວຽກເພື່ອລະບາຍອາກາດ
  5. ລ້າງມືດ້ວຍສະບູ ຫຼື ເຈລແອລກໍຮໍ 75% ຂຶ້ນໄປຢູ່ເລື້ອຍໆ

WHO ຍັງໄດ້ລະບຸວ່າ ຂໍ້ປະຕິບັດດັ່ງກ່າວ ຈະສາມາດຫຼີກລ່ຽງການແຜ່ເຊື້ອຈາກໂຕເຮົາເອງໄປສູ່ຜູ້ອື່ນໄດ້ ເພາະວ່າບໍ່ແມ່ນທຸກຄົນທີ່ຈະໄດ້ຮັບການສັກວັກຊີນ ແລະ ບໍ່ມີວັກຊີນໃດທີ່ສາມາດປ້ອງກັນການຕິດເຊື້ອໄດ້ 100%. ສະນັ້ນ, ຈົ່ງປະຕິບັດເພື່ອປ້ອງກັນຜູ້ອື່ນ ແລະ ຢຸດການແຜ່ລະບາດຂອງພະຍາດໂຄວິດ-19

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...