Homeຂ່າວຕ່າງປະເທດໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

Published on

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ ພັນພຶດ ແຫ່ງປະເທດໄທ ແລະ ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ເຂົ້າຈັບເຄືອຂ່າຍກຸ່ມຄົນລັັກລອບຄ້າຂາຍສັດປ່າ ຢູ່ຈຸດແຈມປ໋ອງ ອຳເພີວຽງແກ່ນ ຈັງຫວັດຊຽງລາຍ ເຊິ່ງເປັນພຶ້ນທີ່ຊາຍແດນຕິດກັບ ສປປ ລາວ.

ຈາກການກວດສອບຂອງເຈົ້າໜ້າທີ່ພົບຊາກສັດປ່າຈຳນວນຫຼາຍທີ່ກຽມໄວ້ຈຳໜ່າຍ ປະກອບດ້ວຍ: ເໝັ້ນໃຫຍ່ 2 ໂຕ, ຊາກແລນ 1 ໂຕ, ຊາກໝີ 1 ໂຕ, ຊາກເໝັ້ນໃຫຍ່ 5 ໂຕ ແລະ ຊາກຟານ 22 ປ່ຽງ ລວມນໍ້າໜັກທັງໝົດ 101 ກິໂລ.

ທາງດ້ານເຈົ້າໜ້າທີ່ສາມາດຈັບກຸມຜູ້ຕ້ອງສົງໃສຈຳນວນ 2 ຄົນ ເປັນຄົນລາວທັງໝົດ ຊາຍ 1 ຄົນ ແລະ ຍິງ 1 ຄົນ ເພື່ອນຳຕົວໄປສອບສວນເພີ່ມເຕີມເຖິງຂະບວນການຄ້າ-ຂາຍສັດປ່າຂ້າມຊາດ ສ່ວນຂອງກາງຊາກສັດປ່າທັງໝົດໄດ້ຖືກສົ່ງມອມໃຫ້ພະນັກງານສືບສວນ-ສອບສວນ ຢູ່ສຳນັກງານວຽງແກ່ນ ແລະ ໄດ້ປະສານດ່ານກັກກັນສັດ ຈັງຫວັດຊຽງລາຍ ກົມປະຄຸສັດແຫ່ງປະເທດໄທ ເພື່ອນຳໄປທຳລາຍ ຕາມລະບຽບກົດໝາຍຕໍ່ໄປ.

ແຫຼ່ງຂ່າວ: CH7

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...