spot_img
Homeຂ່າວຕ່າງປະເທດWHO ປະກາດຫຼັກການຮຽກຊື່ໄວຣັດໂຄວິດ-19 ການພັນແບບໃໝ່

WHO ປະກາດຫຼັກການຮຽກຊື່ໄວຣັດໂຄວິດ-19 ການພັນແບບໃໝ່

Published on

ເມື່ອວັນທີ 31 ພຶດສະພາ 2021 ອົງການອານາໄມໂລກ ປະກາດຫຼັກການຮຽກຊື່ໄວຣັດໂຄວິດ-19 ການພັນແບບໃໝ່ ໂດຍໃຊ້ຕົວອັກສອນກຣີກໃນການລະບຸສາຍພັນຂອງໄວຣັດໂຄວິດກາຍພັນຈາກເມື່ອກ່ອນຮຽກດ້ວຍຊື່ປະເທດຕ່າງໆທີ່ພົບໄວຣັດນັ້ນເປັນຄັ້ງທຳອິດເຊັ່ນ: ອັງກິດ, ອິນເດຍ, ແອຟຣິກາໃຕ້ ເປັນຕົ້ນ.

ຈາກລະບົບການຮຽກຊື່ໃໝ່ຂອງ WHO ນີ້ຈະເຮັດໃຫ້ໄວຣັດໂຄວິດສາຍພັນຕ່າງໆຖືກຮຽກໃໝ່ດັ່ງນີ້:

  1. ສາຍພັນ B.1.1.7 ພົບຄັ້ງທຳອິດໃນອັງກິດເອີ້ນວ່າ “ອັລຟາ”
  2. ສາຍພັນ B.1.351 ພົບຄັ້ງທຳອິດໃນແອຟຣິກາໃຕ້ຮຽກວ່າ “ເບຕາ”
  3. ສາຍພັນ P1 ພົບຄັ້ງທຳອິດໃນບຣາຊິນຮຽກວ່າ “ແກມມາ”
  4. ສາຍພັນ B.1.617.2 ພົບຄັ້ງທຳອິດໃນອິນເດຍຮຽກວ່າ “ເດລຕາ”

WHO ກ່າວວ່າລະບົບການຕັ້ງຊື່ໃໝ່ຊ່ວຍໃນການຖືກຕາໜ້າຂອງປະເທດທີ່ພົບການລະບາດຂອງໂຄວິດສາຍພັນໃໝ່ ວ່າເປັນຕົ້ນຕໍຂອງໄວຣັດສາຍພັນຕ່າງໆອີກດ້ວຍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...