
ນັກສະແດງ Hollywood ຊື່ດັງຂອງໂລກ Tom Hanks (ທອມ ແຮັງ) ແລະ ພັນລະຍາ Rita Wilson ກວດພົບວ່າທັ້ງສອງໄດ້ຕິດເຊື້ອພະຍາດໄວຣັສສາຍພັນໃໝ່ COVID-19 ໃນຂະນະທີ່ຢູ່ປະເທດອົດສະຕາລີ. ທອມ ແຮັງ ໄດ້ຂຽນໂພສລົງໃນເພຈ Facebook ແລະ Instagram ສ່ວນຕົວຂອງຕົນເອງວ່າລາວກັບພັນລະຍາເລີ່ມມີອາການອິດເມື່ອຍ, ເປັນຫວັດ ແລະ ປວດຄີງໄຂ້. ທາງດ້ານພັນລະຍາແມ່ນມີອາການໂຕເຢັນ ແລະ ມີໄຂ້ອ່ອນ. ທອມ ແຮັງ ແລະ ພັນລະຍາເລີຍຕັດສິນໃຈໄປກວດ ຈຶ່ງພົບວ່າໄດ້ຕິດເຊື້ອໄວຣັສ COVID-19. ຕອນນີ້ທັ້ງສອງຈະໄດ້ກວດເພີ່ມເຕີມ ແລະ ເຮັດຕາມກົດລະບຽບ ແລະ ຄຳແນະນຳຈາກແພດໝໍ. ແລ້ວລາວຈະອັບເດດຢູ່ເຟສບຸກສ່ວນຕົວຕື່ມ.
Hello, folks. Rita and I are down here in Australia. We felt a bit tired, like we had colds, and some body aches. Rita…
Posted by Tom Hanks on ວັນພຸດ ທີ 11 ມີນາ 2020
ຮຽບຮຽງໂດຍ ວະນິດາ