ເມືອງຜາອຸດົມ ປະກາດຈົບຊັ້ນມັດທະຍົມຕົ້ນບຳລຸງ ເປັນເມືອງສຸດທ້າຍຂອງແຂວງບໍ່ແກ້ວ

ຂປລ. ເມືອງຜາອຸດົມ ແຂວງບໍ່ແກ້ວ ປະກາດເປັນເມືອງຈົບຊັ້ນມັດທະຍົມຕອນຕົ້ນ ລະບົບບຳລຸງ ສຳລັບ​ປະຊາຊົນ ເປັນເມືອງສຸດທ້າຍຂອງແຂວງບໍ່ແກ້ວ ແລະ ເປັນເມືອງທີ 82​ ໃນ​ຂອບ​ເຂດ​ ທົ່ວ​ປະ​ເທດ ​ໃນ​ນັ້ນ ກຸ່ມເປົ້າໝາຍເກນ ອາຍຸ 15-30 ປີ ທີ່ຮຽນຈົບຊັ້ນມັດທະຍົມຕອນຕົ້ນ ທັງໝົດ 8.099 ຄົນ, ຍິງ 4.125 ຄົນ ເທົ່າກັບ 96.87%.
ພິທີປະກາດຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ ເມືອງຜາອຸດົມ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ພະຈິກຜ່ານມາ ທີ່ເມືອງຜາອຸດົມ, ແຂວງບໍ່ແກ້ວ ເປັນປະທານຂອງທ່ານປະລິນຍາເອກ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ, ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ທອງຈັນ ພົມມະຫານ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ ພ້ອມ​ບັນດາຄູ-ອາຈານ, ນັກຮຽນ ແລະ ພໍ່-ແມ່ປະຊົນຊາວເມືອງຜາອຸດົມເຂົ້າຮ່ວມ.  ທ່ານ ສົມນິດ ໄຊທະວົງສິດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຜາອຸດົມໄດ້ລາຍງານວ່າ: ເມືອງຜາອຸດົມເປັນເມືອງໜຶ່ງໃນຈຳນວນ 5 ເມືອງຂອງແຂວງບໍ່ແກ້ວ ທີ່ຈັດເປັນເມືອງທຸກຍາກຂອງແຂວງ ມີ 73 ບ້ານ, ມີ 14 ກຸ່ມບ້ານພັດທະນາ,ປະກອບ ມີ 8.094 ຄອບຄົວ, ມີປະຊາກອນ 42.574 ຄົນ, ຍິງ 21.369 ຄົນ. ປະກອບມີ 3 ຊົນເຜົ່າຄື: ເຜົ່າລາວ 24 % , ເຜົ່າມົ້ງ 11 % ແລະ ເຜົ່າກຶມມຸ 65 % ໃນນັ້ນ ມີປະຊາກອນກຸ່ມເປົ້າໝາຍເກນອາຍຸ 15-30 ປີ ຈຳນວນທັງໝົດ 8.360 ຄົນ, ຍິງ 4.135 ຄົນ, ກຸ່ມເປົ້າໝາຍທີ່ຖືກ ຮຽນມັດທະຍົມຕອນຕົ້ນບຳລຸງ ມີທັງໝົດ 2.940 ຄົນ, ຍິງ 1.608 ຄົນ. ດັ່ງນັ້ນ, ຫ້ອງການສຶກສາທິການ ແລະ ກິລາເມືອງ ຈຶ່ງໄດ້ຈັດຕັ້ງການຮຽນ-ການສອນ ຊັ້ນມັດທະຍົມຕອນຕົ້ນບຳລຸງ ໃຫ້ແກ່ປະຊາຊົນກຸ່ມເປົ້າໝາຍດັ່ງກ່າວ ຫຼັງຈາກທີ່ໄດ້ປະກາດເມືອງຜາອຸດົມ ຈົບຊັ້ນປະຖົມບຳລຸງ ໃນວັນທີ 2 ມີນາ 2013 ເປັນເມືອງສຸດທ້າຍຂອງແຂວງ ແລະ ເປັນເມືອງທີ 125 ຂອງທົ່ວປະເທດຜ່ານມາ.
ຜ່ານການຈັດຕັ້ງ ການຮຽນ-ການສອນບຳລຸງ ຊັ້ນມັດທະຍົມຕອນຕົ້ນ ໃຫ້ປະຊາຊົນທົ່ວເມືອງຜາອຸດົມ ມີຜູ້ທີ່ຮຽນຈົບມັດທະຍົມ ຕອນຕົ້ນບຳລຸງ ທັງໝົດ 8.099 ຄົນ, ຍິງ 4.125 ຄົນ ເທົ່າກັບ 96.87%. ສ່ວນທີ່ຍັງຕົກຄ້າງ ຫຼື ເສັງບໍ່ຜ່ານ 3.13% ​ໂດຍຈະໄດ້ສືບຕໍ່ຈັດການຮຽນ-ການສອນບຳລຸງຄືນ ພ້ອມທັງສອບເສັງໃຫ້ຈົບໃນສົກຮຽນ 2016-2017 ນີ້.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!