ເກົາຫລີເໜືອ – ຈີນ ລົງນາມໂຄງການກໍ່ສ້າງຂົວຂ້າມຊາຍແດນ

caycau1 400

ຂປລ. ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 15 ກັນຍາ 2015, ທ່ານ ຫລີ​ ທຽນ​ກວນ ເອກ​ອັກຄະ​ລັດຖະທູດຈີນ  ​ ແລະ ທ່ານ ປັກ ຢອງ ກຶນ, ລັດຖະມົນຕີຊ່ວຍ​ວ່າ ການ​ຕ່າງປະ​ເທດ ສປປ ​ເກົາຫລີ ​ໄດ້​ລົງ​ນາມ ​ຂໍ້​ຕົກລົງ ​​ໂຄງການກໍ່ສ້າງຂົວ​ຂ້າມ​ຊາຍ​ແດນ ​ຮ່ວມກັນ ​ເຊິ່ງ​ເປັນໂຄງການ​ ຂະໜາດ​ໃຫຍ່​ ລະຫວ່າງ ສອງ​ປະ​ເທດ ຢູ່​ນະຄອນຫລວງ ພຽງຢາງ. ຂົວ​ດັ່ງກ່າວ ຈະ​ເຊື່ອມ​ຕໍ່ ນະຄອນ ຕູ​ແມນ ​ແຂວງ ຈີ​ຫລີ່​ນ ຂອງ​ຈີນ ກັບ​ເທດສະບານ ​ຊາຍ​ແດນ ນາມ​ຢາງ ຢູ່​ຕາ​ເວັນ​ຕົກ​ສ່ຽງ​   ເໜືອ​ຂອງ ສປປ​.ເກົາຫລີ.

 

ແຫລ່ງຂ່າວ:

ຂປລ