ປະທານາທິບໍດີ ຂອງປະເທດໄຮຕິ (Haiti) ຖືກລັກລອບສັງຫານເສຍຊີວິດ

0
1676

ໂຈເວນເນວ ມອຍ (Jovenel Moïse) ປະທານາທິບໍດີໄຫຕິ (Haiti) ຖືກລອບສັງຫານເສຍຊີວິດໃນບ້ານພັກຂອງ ທີ່ນະຄອນ ປໍໂຕແປ໋ງ ໂດຍໃນໄວອາຍຸພຽງ 53 ປີ ເຊິ່ງໄດ້ເປັນຜູ້ນຳ ຕັ້ງແຕ່ ເດືອນກຸມພາ 2017 ພາຍຫຼັງຈາກທີ່ປະທານາທິບໍດີກ່ອນໜ້າເຂົາ ມິເຊວ ມາສເຕລີ ກ້າວລົງຈາກອຳນາດ, ໂຕລດ ໂຈເຊບ ຜູ້ຮັກສາການນາຍົກລັດຖະມົນຕີໄຮຕິເປີດເຜີຍວ່າ: ບ້ານພັກ ຂອງປະທານາທິບໍດີ ໃນເມືອງຫຼວງເຫຕິ ຖືກກຸ່ມຊາຍປິດສະໜາທີ່ມີອາວຸດບຸກເຂົ້າມາໂຈມຕີ ເມື່ອເວລາ 1:00 ໂມງ ຕາມເວລາທ້ອງຖິ່ນ ໃນຂະນະທີ່ ມາຕິເນ ມອຍ ສຸພາບສະຕີໝາຍເລກໜຶ່ງ ຂອງໄຮຕິ ໄດ້ຮັບບາດເຈັບຈາການຖືກໂຈມຕີ ໃນຄັ້ງນີ້ດ້ວຍ.

ໂຈເຊ ລະບຸວ່າ ຫຼັງເກີດເຫດ ທາງການບໍ່ໄດ້ໃຊ້ມາດຕະການທັງໝົດເພື່ອໃຫ້ແນ່ໃຈວ່າ ການບໍລິຫານລັດຈະດຳເນີນຕໍ່ໄປໄດ້ ເຊິ່ງຕົວລາວເອງຈະເຮັດໜ້າທີ່ບໍລິຫານປະເທດຊົ່ວຄາວ ພ້ອມຮຽກຮ້ອງໃຫ້ປະຊາຊົນຢູ່ໃນຄວາມສະຫງົບ.

ໂຈເຊບ ຍັງປະມານການລອກສັງຫານຄັ້ງນີ້ອີກວ່າ “ເປັນການສັງຫານທີ່ຊົ່ວຮ້າຍ ບໍ່ມີມະນຸດສະທຳ ແລະ ໂຫດຮ້າຍ”