ນ້ຳມັນເຊື້ອເພີງທີ່ຜະລິດຈາກກາກບອນ ແລະ ແສງອາທິດ ເປັນມິດກັບສິ່ງແວດລ້ອມ

ເມື່ອບໍ່ດົນມານີ້ນັກວິໄຈຈາກເຕັກໂນໂລຊີແຫ່ງສະຫະພັນສະວິດໃນຊູຣິກ ປະເທດສະວິດເຊີແລນໄດ້ອອກມາເປີດເຜີຍວ່າ ໄດ້ພັດທະ ນາເຕັກໂນໂລຊີໃໝ່ທີ່ຜະລິດເຊື້ອເພີງໄຮໂດຣກາກບອນແຫຼວ ໂດຍສະເພາະຈາກແສງແດດ ແລະ ອາກາດເປັນຄັ້ງທຳອິດໂດຍການແຍກແກ໊ສກາກບອນໄອອ໊ອກໄຊອອກຈາກອາກາດ ຈາກນັ້ນກໍປ່ຽນໃຫ້ເປັນເຊື້ອເພີງທີ່ເປັນມິດຕໍ່ສິ່ງແວດລ້ອມ ເນື່ອງຈາກບໍ່ມີການປ່ອຍແກ໊ສເຮືອນແກ້ວອອກມາໃນຂະບວນການເຜົາໄໝ້.

ນັກວິໄຈໄດ້ສ້າງໂຮງກັ່ນເຊື້ອເພີງຂະໜາດນ້ອຍຈາກພະລັງງານແສງອາທິດໄວ້ເທິງຫຼັງຄາຂອງສະຖາບັນວິໄຈດັ່ງກ່າວ ຊຶ່ງເປັນການພິສູດໃຫ້ເຫັນວ່າເຕັກໂນໂລຊີຍຸກນີ້ມີຄວາມເປັນໄປໄດ້ ເຖິງແມ່ນວ່າຈະຢູ່ພາຍໃຕ້ເງື່ອນໄຂດ້ານສະພາບພູມີອາກາດທີ່ມີການປ່ຽນ ແປງ ຊຶ່ງເຄື່ອງມືດັ່ງກ່າວສາມາດຜະລິດນ້ຳມັນໄດ້ປະມານ 1 ເດຊີລິດຕໍ່ວັນ ເຮັດໃຫ້ນັກວິໄຈເລີ່ມຂະຫຍາຍຂອບເຂດການເຮັດວຽກຂອງເຄື່ອງມືດັ່ງກ່າວ ໂດຍຈະທົດສອບຂະໜາດໃຫຍ່ກັບເຕົາພະລັງງານແສງອາທິດໃນຫໍພະລັງງານຄວາມຮ້ອນຈາກດວງອາທິດໃກ້ກັບນະຄອນມາດຣິດ ປະເທດແອັດສະປາຍ.

ທັງນີ້ ເປົ້າໝາຍຕໍ່ໄປກໍຄື ການປັບຂະໜາດເຕັກໂນໂລຊີສຳລັບການດຳເນີນການທາງອຸດສາຫະກຳ ແລະ ຈະເຮັດໃຫ້ເກີດມີການແຂ່ງຂັນທາງດ້ານເສດຖະກິດ ຊຶ່ງໂຮງງານພະລັງງານແສງອາທິດໂດຍຄາດຄະເນວ່າຈະຜະລິດນ້ຳມັນໄດ້ 20.000 ລິດຕໍ່ວັນ ແລະ ເຊື່ອວ່າຈະຄອບຄຸມຄວາມຕ້ອງການເຊື້ອເພີງໃນພາກອຸດສາຫະກຳການບິນທັງໝົດ ທີ່ສຳຄັນກໍຄືເປັນການຜະລິດເຊື້ອເພີງທີ່ຍືນຍົງ ແລະ ຫຼຸດການປ່ອຍແກ໊ສກາກບອນທົ່ວໂລກໄດ້ອີກດ້ວຍ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath