Homeຂ່າວຕ່າງປະເທດຜູ້ນຳອາເມຣິກາປະກາດໂຄງການເລືອກຕັ້ງສະໄໝທີ 2 ຢ່າງເປັນທາງການ

ຜູ້ນຳອາເມຣິກາປະກາດໂຄງການເລືອກຕັ້ງສະໄໝທີ 2 ຢ່າງເປັນທາງການ

Published on

ທ່ານ ໂດນັລ ທຣັມ ປະທານາທິບໍດີແຫ່ງອາເມຣິກາໄດ້ປະກາດໂຄງການລົງສະໝັກເລືອກຕັ້ງ ແລະ ຫາສຽງເພື່ອຮັກສາຕຳແໜ່ງຜູ້ນຳອາເມຣິກາໄວ້ໃຫ້ໄດ້ ຊຶ່ງການເລືອກຕັ້ງຈະມີຂຶ້ນໃນຕົ້ນເດືອນພະຈິກ 2020 ນີ້.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 18 ມິຖຸນາຜ່ານມາວ່າ ປະທານາທິບໍດີ ໂດນັລ ທຣັມ ໄດ້ຈັດຖະແຫຼງກ່າວປາໄສຄັ້ງໃຫຍ່ທ່າມກາງຜູ້ສະໜັບສະໜູນຢ່າງຫຼວງຫຼາຍທີ່ເມືອງອໍຣແລນໂດ ລັດຟໍຣິດາ ໂດຍໄດ້ປະກາດໂຄງການລົງສະໝັກເລືອກຕັ້ງ ແລະ ຫາສຽງເພື່ອປ້ອງກັນຕຳແໜ່ງຜູ້ນຳສູງສຸດຂອງອາເມຣິກາໃຫ້ໄດ້ເປັນສະໄໝທີ 2 ຂະນະທີ່ ທຣັມ ໄດ້ກ່າວວ່າ ຕະຫຼອດເວລາທີ່ຜ່ານມາລັດຖະບານພາຍໃຕ້ການນຳຂອງຕົນສາມາດພັດທະນາເສດຖະກິດຂອງອາປະເທດໃຫ້ທົ່ວໂລກອິດສາ ພ້ອມກັບໃຫ້ຄຳໝັ້ນສັນຍາວ່າຖ້າຫາກຕົນເອງຊະນະການເລືອກຕັ້ງສະໄໝທີ 2 ອາເມຣິກາທີ່ກັບມາຍິ່ງໃຫຍ່ແລ້ວກໍຈະຍິ່ງໃຫຍ່ຍິ່ງກວ່າເກົ່າ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: REUTERS,AFP

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...